ສຸມໃສ່ສ້າງຂະບວນການດ້ານຕ່າງໆ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2024-12-04 09:28:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1419 | ຄວາມນິຍົມ:
ສະຫາຍ ພົນຈັດຕະວາ ທອງດຳ ພົງສະຫວັດ ຫົວໜ້າກົມປ້ອງກັນພາຍໃນ ກົມໃຫຍ່ການເມືອງກອງທັບ ໄດ້ໃຫ້ສຳພາດ ເນື່ອງໃນໂອກາດສ້າງຂະບວນການເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາ ກົມປ້ອງກັນພາຍໃນ ຍາມໃດກໍໄດ້ເປັນເຈົ້າການນຳພາ-ຊີ້ນໍາ ປະຕິບັດໜ້າທີ່ການເມືອງຂອງກົມກອງ ໃນການຈັດຕັ້ງດຳເນີນວຽກງານປ້ອງກັນພາຍໃນ-ປ້ອງກັນຄວາມສະຫງົບໃນກອງທັບ, ປະຕິບັດສິດອົງການສືບສວນ-ສອບສວນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ, ເຮັດໜ້າທີ່ປ້ອງກັນຄວາມສະຫງົບປອດໄພໃຫ້ແກ່ການນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດ, ເກັບກຳ ແລະ ຄຸ້ມຄອງສະພາບການເມືອງພາຍໃນ ເຮັດໃຫ້ກອງທັບມີຄວາມປອດໃສທາງດ້ານການເມືອງ, ໜັກແໜ້ນເຂັ້ມແຂງທາງດ້ານການຈັດຕັ້ງ, ສຶກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ຍົກສູງສະຕິລະວັງຕົວປະຕິວັດ, ເປັນເຈົ້າການປ້ອງກັນຕົນເອງ, ປ້ອງກັນກົມກອງ, ປ້ອງກັນກອງທັບ, ດຳເນີນວຽກງານສືບສວນ-ສອບສວນແກ້ໄຂຄະດີທີ່ພົວພັນເຖິງຄວາມສະຫງົບໃນກອງທັບ, ຊຸກຍູ້ຂະບວນການກໍ່ສ້າງກອງປອດໃສ ປອດໄພ ປອດຄະດີ ໃຫ້ເປັນຂະບວນການຟົດຟື້ນ ແລະ ວຽກງານອື່ນໆ ທີ່ກ່ຽວຂ້ອງກັບໜ້າທີ່ການເມືອງຂອງກົມກອງ ໄດ້ຮັບການຈັດຕັ້ງປະຕິບັດມີໝາກຜົນຕົວຈິງ. ພ້ອມກັນນັ້ນ, ໄດ້ເອົາໃຈໃສ່ປັບປຸງກໍ່ສ້າງອົງການປ້ອງກັນພາຍໃນ, ກໍ່ສ້າງພະນັກງານທີ່ເຮັດວຽກງານປ້ອງກັນພາຍໃນ ໃຫ້ມີຄວາມຮູ້ຄວາມສາມາດນັບມື້ສູງຂຶ້ນ ເພື່ອຕອບສະໜອງກັບໜ້າທີ່ການເມືອງໃນໄລຍະໃໝ່ ພ້ອມທັງໄດ້ເອົາໃຈໃສ່ປັບປຸງກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ເຮັດໃຫ້ຄະນະພັກຮາກຖານ ກົມປ້ອງກັນພາຍໃນ ໄດ້ຮັບການຢັ້ງຢືນເປັນ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢ່າງຕໍ່ເນື່ອງ.
ສະຫາຍ ຫົວໜ້າກົມປ້ອງກັນພາຍໃນ ໄດ້ກ່າວຕື່ມວ່າ: ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກົມໃຫຍ່ການເມືອງກອງທັບ ແລະ ວັນສ້າງຕັ້ງກົມປ້ອງກັນພາຍໃນ ຄົບຮອບ 69 ປີ (30 ທັນວາ 1955-30 ທັນວາ 2024) ທີ່ຈະມາເຖິງ ໃຫ້ເປັນຂະບວນການຟົດຟື້ນ, ກວ້າງຂວາງ ແລະ ມີເນື້ອໃນຄວາມໝາຍເລິກເຊິ່ງ, ກົມກອງປ້ອງກັນພາຍໃນ ໄດ້ສຸມໃສ່ຫ້າງຫາກະກຽມສ້າງຂະບວນການດ້ານຕ່າງໆ ເປັນຕົ້ນແມ່ນ ຂະບວນການສຶກສາອົບ ຮົມການເມືອງ-ນຳພາແນວຄິດ ສະມາຊິກພັກ, ພະນັກງານ-ນັກຮົບໃຫ້ຍົກສູງສະຕິລະວັງຕົວປະຕິວັດ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີແບບແຜນວິທີເຮັດວຽກ ແລະ ແບບແຜນການດຳລົງຊີວິດທີ່ປອດໃສ, ຮັບປະກັນໃຫ້ກົມກອງມີຄວາມສະຫງົບ ແລະ ເຮັດສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ສຸມໃສ່ຂະບວນການກໍ່ສ້າງກອງປອດໃສ ປອດໄພ ປອດຄະດີ ຕິດພັນກັບ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ດຳເນີນວຽກງານສືບສວນ-ສອບສວນແກ້ໄຂຄະດີທີ່ພົວພັນເຖິງຄວາມສະຫງົບພາຍໃນກອງທັບ ໃຫ້ທັນເວລາ, ພາວະວິໄສ, ຖືກຕ້ອງຕາມກົດໝາຍ ແລະ ມີຄວາມຍຸຕິທຳ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ທີ່ເປັນການລ່ວງລະເມີດລະບຽບກົດໝາຍ, ຝ່າຝືນແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ກົດລະບຽບຂອງກອງທັບ, ປະຕິບັດສິດໜ້າທີ່ຕາມພາລະບົດບາດຂອງອົງການສືບສວນ-ສອບສວນກອງທັບ, ເຮັດໜ້າທີ່ປ້ອງກັນຄວາມປອດໄພ ໃຫ້ແກ່ການນຳພັກ-ລັດ, ການນຳກະຊວງປ້ອງກັນປະເທດ ແລະ ປ້ອງກັນກອງປະຊຸມພາຍໃນກອງທັບ, ກອງປະຊຸມລະດັບຊາດ ແລະ ລະດັບສາກົນ ພິເສດໄດ້ເຂົ້າຮ່ວມປ້ອງກັນບັນດາກອງປະຊຸມອາຊຽນ ປີ 2024. ນອກຈາກນີ້, ຍັງໄດ້ເຂົ້າຮ່ວມຂະບວນການກິລາ, ສິລະປະ-ວັນນະຄະດີ ທີ່ກົມໃຫຍ່ການເມືອງກອງທັບຈັດຂຶ້ນ, ສ່ວນຢູ່ພາຍໃນກົມ ໄດ້ຈັດຕັ້ງແຂ່ງຂັນກິລາບານສົ່ງ, ກະຕໍ້, ເປຕັງ ແລະ ສ້າງຂະບວນການອະນາໄມຂອບເຂດສຳນັກງານອົງການກົມກອງ ໃຫ້ສະອາດຈົບງາມສວຍງາມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ