ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ກອງ​ປະຊຸມ​ໃຫຍ່​ສະມາຊິກ​ພັກ​ ຄັ້ງທີ VIຂອງຄະນະພັກຮາກ​ຖານ ກອງພັນ 609
ເວລາອອກຂ່າວ: 2024-12-05 09:14:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 492 | ຄວາມນິຍົມ:



ກອງ​ປະຊຸມ​ໃຫຍ່​ສະມາຊິກ​ພັກ ຄັ້ງ​ທີ VI ຂອງ​ຄະນະ​ພັກ​ຮາກ​ຖານ ກອງພັນ 609 ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ໄຂ​ຂຶ້ນ ແລະ ອັດ​ລົງ ໃນ​ວັນ​ທີ 29 ພະຈິກ 2024 ນີ້, ໂດຍ​ການ​ເປັນ​ປະທານ​ຂອງສະຫາຍ ພັນ​ໂທ ຄຳ​ຕັນ ແພງ​ສີດາ ຫົວໜ້າ​ຫ້ອງການ-ບໍລິຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ຄະນະ​ພັກ-ຄະນະ​ຊີ້​ນຳ​ກອງ​ປະຊຸມ, ເລຂາ​ໜ່ວຍ​ພັກ, ແຂກ​ຖືກ​ເຊີນ ແລະ ສະມາຊິກ​ພັກ​ສົມບູນ ແລະ ສຳຮອງ​ພາຍ​ໃນ​ກົມ​ກອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ຍົງ ສີ​ປະເສີດ ເລຂາ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າ​ການເມືອງ ກອງ ພັນ 609 ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ຜົນງານ​ຫຼາຍ​ດ້ານ​ທີ່​ຄະນະ​ພັກ​ຮາກ​ຖານ​ໄດ້​ເອົາໃຈໃສ່​ນຳພາ-ຊີ້​ນຳ​ໃນ​ໄລຍະ 5 ປີຜ່ານມາ ​ມີ​ຜົນສຳເລັດ​ຫຼາຍ​ດ້ານ ທີ່​ປິ່ນ​ອ້ອມ​ຕາມ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ. ພ້ອມ​ນັ້ນ, ຄະນະ​ພັກ​ຍັງ​ໄດ້​ຖື​ສຳຄັນ​ໃນ​ການ​ປັບປຸງ​ກໍ່ສ້າງ​ພັກ​ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ ໂດຍ​ຖື​ເອົາ​ການ​ສຶກ​ສາ​ອົບຮົມ ການເມືອງ-ນຳພາ​ແນວ​ຄິດ​ເປັນ​ກົກ ວຽກ​ງານ​ວິຊາ​ສະເພາະ​ເປັນ​ສຳຄັນ ເຮັດ​ໃຫ້​ພະນັກງານ​ສະ ມາຊິກ​ພັກ​ທຸກ​ສະຫາຍ​ມີ​ຄຸນ ສົມບັດ​ສິນ​ທຳ​ປະຕິວັດ ເປັນ​ເຈົ້າ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ​ວິຊາ​ສະເພາະ​ຂອງ​ຕົນ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ. ພ້ອມ​ກັນ​ນີ້, ກໍ​ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ​ສະມາຊິກ​ພັກ​ໃຫ້​ມີ​ຄວາມ​ເຂັ້ມແຂງ ໜັກ​ແໜ້ນ ໄປ​ພ້ອມ​ກັບ​ການ​ກໍ່ສ້າງ​ພັກ-ພະນັກງານ​ທັງ 3 ຮຸ່ນ​ຢ່າງ​ຕໍ່​ເນື່ອງ ເພື່ອ​ສືບ​ທອດ​ປ່ຽນ​ແທນ, ຄະນະ​ພັກ​ຮາກ​ຖານ​ກອງພັນ 609 ປະກອບ​ມີ 4 ໜ່ວຍ​ພັກ​ຂຶ້ນ​ກັບ, ມີ​ສະມາຊິກ​ພັກ 112 ສະຫາຍ, ຂະຫຍາຍ​ສະມາຊິກ​ພັກ​ໃໝ່ 27 ສະຫາຍ, ສະມາຊິກ​ພັກ​ໄດ້​ຮັບ​ການ​ຍ້ອງຍໍ​ປະເພດ​ຕ່າງໆ​ ຈາກ​ຂັ້ນ​ເທິງ 87 ສະຫາຍ. ນອກນັ້ນ, ຄະນະ​ພັກ​ຮາກ​ຖານ ​ຍັງ​ໄດ້​ນຳພາ-ຊີ້​ນຳ​ພະນັກງານ-ນັກຮົບ​ເອົາໃຈໃສ່​ຕໍ່​ວຽກ​ງານ​ເພີ່ມ​ພູນ​ຜະລິດຜົນ, ປູກຝັງ-ລ້ຽງສັດ ​ເພື່ອ​ຮັບປະກັນ​ໃນ​ການ​ສ້າງ​ພະລາທິການ​ກັບ​ທີ່​ເຮັດ​ໃຫ້​ກຳລັງ ກໍ​ຄື​ກົມ​ກອງ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ ​ດ້ວຍ​ການ​ປູກ​ຜັກ​ໄດ້ 28.000 ກວ່າ​ໂຕນ, ປູກ​ພືດ​ເປັນ​ສິນຄ້າ​ໄດ້ 250 ໂຕນ, ປູກ​ກ້ວຍ ແລະ ປູກ​ໄມ້​ໃຫ້​ໝາກ​ໄດ້ 320 ຂຸມ ແລະ ລ້ຽງສັດ​ປີກ​ປະເພດ​ຕ່າງໆ​ໄດ້​ຕາມ​ແຜນການ. ກອງ​ປະຊຸມ​ຍັງ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ພັກ​ຮາກ​ຖານ​ຊຸດ​ໃໝ່​ເພື່ອ​ສືບຕໍ່​ນຳພາ-ຊີ້​ນຳ​ຕໍ່​ໄປ. ສະຫາຍ ພັນ​ໂທ ຄຳ​ຕັນແພງ​ສີດາ ​ໄດ້​ເນັ້ນ​ໜັກ​ໃຫ້​ຄະ ນະ​ພັກ​ຊຸດ​ໃໝ່​ ຈົງ​ສືບຕໍ່​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ຕົນ​ທີ່​ໄດ້ຮັບ​ການ​ມອບ​ໝາຍ, ພ້ອມ​ກັນ​ນຳພາ-ຊີ້​ນຳ​ໜ່ວຍ​ພັກ, ສະມາຊິກ​ພັກ​ພາຍ​ໃນ​ກົມ​ກອງ​ປະຕິບັດ​ໜ້າທີ່​ວິຊາສະເພາະ​ຂອງ​ຕົນ​ໃຫ້​ດີ ແລະ ມີ​ຜົນສຳເລັດ, ເຮັດ​ວຽກ​ມີແບບແຜນ, ລວມ​ສູນ ປະຊາທິປະໄຕ, ເປັນ​ໝູ່​ຄະນະແບ່ງ​ຄວາມ​ຮັບຜິດຊອບ​ໃຫ້​ບຸກຄົນ, ເອົາໃຈໃສ່​ສຶກ​ສາ​ອົບ​ການເມືອງ-ນຳ ພາ​ແນວ​ຄິດ​ໃຫ້​ພະນັກງານ-ນັກ ຮົບ​ໃນ​ກົມ​ກອງ​ໃຫ້​ເປັນ​ປົກກ​​ະ​ຕິ, ເຕົ້າໂຮມ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ໜັກ​ແໜ້ນ​ພາຍ​ນອກ​ໃຫ້​ກວ້າງຂວາງ ຄຽງ​ຄູ່​ກັນ​ນັ້ນ, ກໍ​ຕ້ອງ​ສ້າງ​ພະລາທິການ​ກັບ​ທີ່​ຕາມ​ທິດ ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ. ໂດຍ: ໄຊ​ຍະ​ສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ