ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ຄະນະ​ພັກ​ຮາກ​ຖານ​ ກອງພັນ 411 ສຳເລັດ​ກອງ​ປະຊຸມ​ໃຫຍ່ສະມາຊິກພັກ ຄັ້ງ​ທີ VII
ເວລາອອກຂ່າວ: 2024-12-05 09:19:33 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 393 | ຄວາມນິຍົມ:



ໃນ​ວັນ​ທີ 29 ພະຈິກ 2024 ນີ້, ຄະນະ​ພັກ​ຮາກ​ຖານ​ກອງພັນ 411 ທະຫານ​ແຂວງ​ໄຊ​ຍະ​ບູລີ ໄດ້​ສຳເລັດ​ກອງ​ປະຊຸມໃຫຍ່​ສະມາຊິກ​ພັກ ​ຄັ້ງ​ທີ VII ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ ພັນເອກ ບຸນ​ພົບ ວິໄລ​ສັກ ກໍາມະການຄະນະ​ພັກ​ກອງ​ບັນຊາ​ການ, ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ໄຊ​ຍະ​ບູ​ລີ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ແຂກ​ຮັບ​ເຊີນ ພ້ອມດ້ວຍສະມາຊິກ​ພັກ​ສົມບູນ ແລະ ສຳຮອງ​ພາຍ​ໃນ​ກົມ​ກອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ວິໄລ​ວັນ ພິລະຈັນ ເລຂາ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າ​ການ​ທະຫານ​ ກອງ ພັນ 411 ທະຫານ​ແຂວງ​ໄຊ​ຍະ​ບູ​ລີ ໄດ້​ຜ່ານ​ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ ເຊິ່ງ​ຕະຫຼອດ​ໄລຍະ 5 ປີຜ່ານມາ ຄະນະ​ພັກ​ຮາກ​ຖານ​ ກອງພັນ 411 ໄດ້​ເອົາໃຈໃສ່​ສຶກ​ສາ​ອົບ ຮົມ​ການເມືອງ-ນຳພາແນວຄິດ​ ດ້ວຍ​ການ​ເຜີຍແຜ່ເຊື່ອມຊຶມ​ເອກະສານ​ການເມືອງໃຫ້ຮັບ​ຮູ້​ເຂົ້າໃຈ, ກຳ​ແໜ້ນ​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ ໂດຍ​ສະເພາະ​ຫຼັກການ​ກໍ່ສ້າງ​ພັກ​ແມ່ນ​ໄດ້​ເອົາໃຈໃສ່​ປະ ຕິບັດ​ຕາມ 5 ຫຼັກການ 3 ທິດ​ນຳ​ຂອງ​ພັກ​ຢ່າງ​ຕັ້ງໜ້າ, ຖື​ເອົາ​ການ​ດຳເນີນ​ຊີວິດ​ການເມືອງພາຍ​ໃນ​ໜ່ວຍ​ພັກ​ເປັນ​ການ​ກວດກາ, ຕີ​ລາຄາ​ຄືນຄວາມ​ຮັບຜິດຊອບ​ທາງ​ດ້ານ​ການເມືອງ, ແບບແຜນ​ການ​ນຳພາ ແລະ ວິທີ​ເຮັດ​ວຽກ​ຂອງ​ຄະນະ​ໜ່ວຍ​ພັກ ເພື່ອ​ເສີມ​ຂະຫຍາຍ​ດ້ານ​ດີ​ທີ່​ຕັ້ງໜ້າ, ແກ້​ໄຂ​ດ້ານ​ອ່ອນ​ຄົງ​ຄ້າງ ແລະ ປະ ກົດ​ການ​ຫຍໍ້ທໍ້​ຕ່າງໆ. ພ້ອມກັນ ​ນີ້ ໄດ້​ເອົາໃຈໃສ່​ປັບປຸງ​ກໍ່ສ້າງ ​ສະມາຊິກ​ພັກ​ໃຫ້​ມີ​ຄວາມ​ເຂັ້ມ ແຂງ​ໜັກ​ແໜ້ນ​ໄປ​ພ້ອມ​ກັບ​ການ​ກໍ່ສ້າງ​ພັກ-ພະນັກງານ​ທັງ 3 ຮຸ່ນ​ຢ່າງ​ຕໍ່​ເນື່ອງ ​ເພື່ອ​ສືບ​ທອດ​ປ່ຽນ​ແທນ, ຄະນະ​ພັກ​ຮາກ​ຖານ​ກອງພັນ 411 ປະກອບ​ມີ 5 ໜ່ວຍ​ພັກ​ຂຶ້ນ​ກັບ, ມີ​ສະມາຊິກ​ພັກ 110 ສະຫາຍ. ດ້ານ​ວຽກ​ງານ​ ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ ໂດຍ​ປະ ຕິບັດ​ຕາມ​ທິດ​ນຳ 4 ປູກ 4 ລ້ຽງ ​ຂອງ​ກົມ​ໃຫຍ່​ພະລາທິການວາງ ​ອອກ ໃນ​ນີ້, ​ໄດ້​ນຳພາ-ຊີ້​ນຳ​ພະ ນັກງານ-ນັກຮົບ​ເອົາໃຈໃສ່​ປູກ ຝັງ-ລ້ຽງສັດ ​ເພື່ອ​ຮັບປະກັນ​ໃນ​ການ​ສ້າງ​ພະລາທິການ​ກັບ​ທີ່​ ເຮັດ​ໃຫ້​ກຳລັງ​ ກໍ​ຄື​ກົມ​ກອງ​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ ເປັນຕົ້ນ​ແມ່ນ​ ປູກ​ມັນຕົ້ນ​ເນື້ອທ່ີ 4 ເຮັກຕາ ສາມາດ​ເກັບ​ກູ້​ຜົນ​ຜະລິດຄິດ​ເປັນ​ເງິນ 168.567.000 ກີບ, ປູກ​ພືດ​ຜັກ-ພືດ​ລົ້ມ​ລຸກ​ປ້ອນ​ເຂົ້າ​ເຮືອນຄົວ​ລວມ​ໄດ້ 19.360 ກິ​ໂລກຣາມ ແລະ ປູກ​ໄມ້​ປະດັບ-ໄມ້​ໃຫ້​ໝາກ​ຈຳນວນ 185 ຕົ້ນ, ລ້ຽງ​ງົວ 30 ໂຕ, ລ້ຽງ​ແບ້ 45 ໂຕ, ລ້ຽງ​ໝູ 8 ໂຕ, ລ້ຽງສັດ​ປີກ 3.540 ໂຕ ແລະ ລ້ຽງ​ປາ ຈຳນວນ 4.000 ໂຕ. ກອງ​ປະ ຊຸມ​ຍັງ​ໄດ້​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະນະ​ພັກ​ຮາກ​ຖານ​ຊຸດ​ໃໝ່​ໄດ້​ຕາມ​ຄາດໝາຍ. ໂອກາດ​ນີ້, ສະຫາຍ ພັນເອກ ບຸນ​ພົບ ວິໄລ​ສັກ ໄດ້​ເນັ້ນ​ໜັກ​ໃຫ້​ຄະນະ​ພັກຊຸດ​ໃໝ່​ຈົ່ງ​ສືບຕໍ່ປະ ຕິບັດໜ້າທີ່ການເມືອງ​ຂອງຕົນ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ໃຫ້ສຳ ເລັດ​ຜົນ, ນຳພາ-ຊີ້​ນຳ​ໜ່ວຍ​ພັກ, ສະມາຊິກພັກພາຍ​ໃນ​ກົມ​ກອງ​ປະຕິບັດໜ້າທີ່ວິຊາສະເພາະ​ຂອງ​ຕົນ​ໃຫ້​ດີ ແລະ ມີ​ຜົນສຳເລັດ, ເຮັດວຽກມີແບບແຜນ, ລວມ​ສູນ​ປະຊາທິປະໄຕ, ເປັນ​ໝູ່​ຄະນະ​ແບ່ງ​ຄວາມ​ຮັບຜິດຊອບ​ໃຫ້ບຸກຄົນ, ເອົາໃຈໃສ່​ສຶກ​ສາ​ອົບຮົມ ການເມືອງ​ນຳພາ-ແນວ​ຄິດ​ໃຫ້​ພະນັກງານ-ນັກຮົບ​ໃນ​ກົມ​ກອງ​ໃຫ້​ເປັນ​ປົກກະຕິ, ເຕົ້າໂຮມ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ໜັກ​ແໜ້ນ, ພາຍ​ນອກ​ໃຫ້​ກວ້າງຂວາງ ຄຽງ ​ຄູ່​ກັນ​ນັ້ນ, ກໍຕ້ອງ​ສ້າງ​ພະລາທິ ການ​ກັບ​ທີ່​ຕາມ​ທິດ​ນຳ 4 ປູກ 4 ລ້ຽງ ​ເພື່ອ​ສ້າງ​ກົມ​ກອງເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ