ທະຫານແຂວງອຸດົມໄຊ ສະຫຼຸບວຽກງານປ້ອງກັນຊາດ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025
ເວລາອອກຂ່າວ: 2024-12-05 15:41:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 621 | ຄວາມນິຍົມ:
ໃນວັນທີ 3 ທັນວາ 2024 ນີ້, ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ເປີດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ ແລະ ວາງທິດທາງແຜນການ ປະຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ, ມີສະຫາຍ ພັນເອກ ຕຸ້ຍ ພົມມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ 7 ເມືອງ, ຫ້ອງການປກຊ-ປກສ, ກອງພັນ 414, ໂຮງຮຽນ, ໂຮງໝໍ, ກອງຮ້ອຍເອກະລາດອ້ອມຂ້າງກອງບັນຊາການ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ດົມມະນີ ພົມມະຈັກ ຫົວໜ້າຫ້ອງການ ກອງບັນຊາການທະຫານແຂງອຸດົມໄຊ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ ໃນໄລຍະ 1 ປີ ຜ່ານມາ, ເປັນຕົ້ນແມ່ນວຽກງານກໍ່ສ້າງຮາກຖານການເມືອງ-ພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂໜໍ່ແໜງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ, ວຽກງານປັບປຸງກໍ່ສ້າງກໍາລັງທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳຂົງເຂດວຽກງານປ້ອງກັນຊາດ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກຢ່າງມີຈຸດສຸມ ເຂົ້າສູ່ຊີວິດຕົວຈິງສະແດງອອກ: ເຄື່ອນໄຫວເຜີຍແຜ່ເຊື່ອມຊຶມເອກະສານຢູ່ຮາກຖານປະຊາຊົນ 9 ຄັ້ງ ມີຜູ້ເຂົ້າຮ່ວມ 1.973 ຄົນ, ສ້າງກຸ່ມບ້ານສູ້ຮົບຕິດລຽນໄດ້ 2 ກຸ່ມບ້ານ, ສ້າງຄອບຄົວ-ບ້ານປ້ອງກັນຊາດເຂັ້ມແຂງໄດ້ 7 ບ້ານ, ອົບຮົມວຽກງານສຶກສາປ້ອງກັນຕົວໃຫ້ນັກຮຽນ ມໍປາຍ 34 ແຫ່ງ, ປັບປຸງກໍາລັງກອງຮ້ອຍ-ກອງຫຼອນ 15 ກອງຮ້ອຍ, ເຄື່ອນໄຫວສະກັດກັ້ນເຂດຂ້າມລອຍຂອງສັດຕູ ແລະ ກຸ່ມຄົນບໍ່ດີຢູ່ 7 ເມືອງ ນໍາໃຊ້ກໍາລັງ 351 ສະຫາຍ, ເຄື່ອນໄຫວກວດກາເຂດຍຸດທະສາດການທະຫານ 12 ຄັ້ງ ນໍາໃຊ້ກໍາລັງ 507 ສະຫາຍ, ນໍາພາກໍາລັງ ໄປຊ່ວຍແຂວງຫຼວງນໍ້າທາ ກອບກູ້ໄພພິບັດນໍ້າຖ້ວມ ຈໍານວນ 65 ສະຫາຍ ພາຫະນະລົດໃຫຍ່ 6 ຄັນ, ເຮືອ 6 ລໍາ, ປ້ອງກັນຈຸດອຸມົງເສັ້ນທາງລົດໄຟ ລາວ-ຈີນ 33 ຈຸດ, ຈັດຕັ້ງເຜີຍແຜ່ມະຕິກອງປະຊຸມ, ປາຖະກະຖາວັນສໍາຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ 31 ຄັ້ງ ຈໍານວນພົນເຂົ້າຮ່ວມ 18.289 ສະຫາຍ, ຍິງ 2.397 ສະຫາຍ, ເປີດອົບຮົມວຽກງານການເມືອງແນວຄິດໃຫ້ 3 ກົມກອງ. ວຽກງານຮັບປະກັນຊີວິດການເປັນຢູ່ໄດ້ຊີ້ນໍາວິຊາສະເພາະ, ນຳພາ-ຊີ້ນຳພະນັກງານ-ນັກຮົບປູກພືດຕາມລະດູການ ເພື່ອສ້າງເປັນພະລາທິການກັບທີ່ຕາມທ່າແຮງຂອງຄອບຄົວ ແລະ ກົມກອງ. ພ້ອມທັງເປັນເອກະພາບຕໍ່ທິດທາງວຽກງານຈຸດສຸມໃນຕໍ່ໜ້າເພື່ອສືບຕໍ່ກໍ່ສ້າງກົມກອງມີແບບແຜນ ແລະ ທັນສະໄໝ. ພ້ອມດຽວກັນນີ້, ຜູ້ແທນກອງປະຊຸມໄດ້ຜັດປ່ຽນກັນປະກອບຄຳຄິດເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການເພື່ອນຳໄປຈັດຕັ້ງປະຕິບັດໃນ 1 ປີຕໍ່ໜ້າໃຫ້ໄດ້ຮັບໝາກຜົນສູງກວ່າເກົ່າ.
ໂອກາດດຽວກັນນີ້, ສະຫາຍ ພົນຈັດຕະວາ ຄໍາເຜີຍ ໂສມພັນ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນເປັນເຈົ້າການເພີ່ມທະວີການນໍາພາ-ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງ, ຕັ້ງໜ້າຍົກສູງສະຕິກຽມພ້ອມປະຕິບັດໜ້າທີ່ໄດ້ທຸກເວລາ, ເປັນເຈົ້າການຕ້ານ, ສະກັດກັ້ນ ທຸກກົນອຸບາຍລ່ຽມລາຍຂອງສັດຕູ, ເອົາໃຈໃສ່ປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກ, ປົກປັກຮັກສາລະບອບໃໝ່, ລະບອບປະຊາທິປະໄຕປະຊາຊົນໃຫ້ໝັ້ນຄົງ, ຮັບປະກັນຄວາມສະຫງົບປອດໄພທາງດ້ານສັງຄົມຢ່າງໜັກແໜ້ນ, ລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມ 3 ຂັ້ນ ຕິດພັນກັບວຽກງານ 3 ສ້າງ ເພື່ອປັບປຸງລະບົບການຈັດຕັ້ງຢູ່ຮາກຖານໃຫ້ໜັກແໜ້ນ ເຂັ້ມແຂງໃນທຸກດ້ານ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ທົ່ວເຖິງແຕ່ລະເປົ້າໝາຍຕິດພັນກັບການເກັບກໍາສະພາບການເມືອງ-ແນວຄິດຂອງພະນັກງານ-ນັກຮົບທົ່ວກົມກອງ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈຕໍ່ແນວທາງນະໂຍບາຍ, ລະບຽບກົດໝາຍຂອງພັກ-ລັດຢ່າງແທ້ຈິງ.
ໂດຍ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ