ກອງຮ້ອຍທະຫານຊາຍແດນ 112 ປິດຊຸດອົບຮົມ-ຫັດແອບ ປະຈຳໄຕມາດ II ປີ 2024
ເວລາອອກຂ່າວ: 2024-12-06 09:12:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 669 | ຄວາມນິຍົມ:
ວັນທີ 27 ພະຈິກ 2024, ກອງບັນຊາການທະຫານຊາຍແດນ 112 ແຂວງຜົ້ງສາລີ ໄດ້ປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ, ເຕັກນິກ ແລະ ວິຊາສະເພາະ ປະຈຳໄຕມາດ II ປີ 2024, ໂດຍການເປັນປະທານຂອງສະຫາຍ ພັນຕີ ຄຳໄມ ພອນສຸກ ຫົວໜ້າການເມືອງ ກອງຮ້ອຍທະຫານຊາຍແດນ 112, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ສົມຈັນ ພອນມະນີໄຊ ຮອງຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 112 ໄດ້ຜ່ານບົດສະຫຼຸບຜົນໄດ້ຮັບໃນການເຝິກແອບ ແລະ ຈັດຕັ້ງປະຕິບັດຕົວຈິງ ສາມາດສະເລ່ຍພາກການທະຫານບັນລຸໄດ້ 99,99%; ພາກການເມືອງ 99,98%; ພາກພະລາທິການ 99,98% ແລະ ພາກວິຊາສະເພາະ 99,99% ສະເລ່ຍຜົນການອົບຮົມ-ຫັດແອບທັງໝົດໄດ້ 99,88%. ໃນໂອກາດດຽວກັນນີ້, ຍັງໄດ້ມອບຫຼຽນໄຊພິລະອາດຫານ ຊັ້ນ I, II, III ແລະ ໃບຍ້ອງຍໍໃຫ້ ນາຍ ແລະ ພົນທະຫານຜູ້ທີ່ມີຜົນງານດີເດັ່ນ ຕື່ມອີກ.
ສະຫາຍ ພັນຕີ ຄຳໄມ ພອນສຸກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາ, ຄູ-ອາຈານ, ນາຍ ແລະ ພົນທະຫານ ທີ່ອົບຮົມ-ຫັດແອບໄດ້ສຳເລັດຕາມແຜນການ ພ້ອມທັງ ເນັ້ນໜັກໃຫ້ພະນັກງານ-ນັກຮົບ ຈົ່ງຍົກສູງສະຕິໃນການປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ, ກຳແໜ້ນທາງດ້ານສິລະປະຍຸດ-ຍຸດທະວິທີ, ຍົກສູງການກຽມພ້ອມສູ້ຮົບ ແລະ ນຳເອົາບົດຮຽນທີ່ຖອດຖອນໄດ້ໃນຄັ້ງນີ້ ໄປນຳໃຊ້ເຂົ້າໃນໜ້າທີ່ວຽກຕົວຈິງໃຫ້ມີປະສິດທິຜົນສູງ.
ໂດຍ: ທອງໄຊ ແສງອຸດົມ
ພາບ: ທອງສະຫວັດ ພອນມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ