ໂຮງໝໍບໍລິເວນ 109 ກອງທັບ ມອບເງິນນະໂຍບາຍອຸດໜູນ
ເວລາອອກຂ່າວ: 2024-12-06 09:16:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 803 | ຄວາມນິຍົມ:
ວັນທີ 28 ຕຸລາ 2024, ຢູ່ທີ່ສະໂມສອນໂຮງໝໍບໍລິເວນ 109 ກອງທັບ ໄດ້ມອບເງິນນະໂຍບາຍອຸດໜູນໃຫ້ກັບພະນັກງານອອກທະຫານ, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ດຣ ສົມບູນ ໄຊຍະຄຳ ຫົວໜ້າການເມືອງ ໂຮງໝໍບໍລິເວນ 109 ກອງທັບ, ມີຄະນະພັກ-ຄະນະບັນຊາ ພະແນກການ ແລະ ຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ວຽງສະຫວັນ ຈັນທະປັນຍາ ຫົວໜ້າພະແນກການເມືອງ ໂຮງໝໍບໍລິເວນ 109 ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການປະກັນສັງຄົມ, ຢູ່ໂຮງໝໍບໍລິເວນ 109 ມີພະນັກງານ ທີ່ອອກທະຫານໄດ້ຮັບເງິນນະໂຍບາຍອຸດໜູນເທື່ອດຽວ ຈຳນວນ 2 ສະ ຫາຍ ລວມເປັນເງິນທັງໝົດ 179.675.000 ກີບ.
ສະຫາຍ ພັນເອກ ດຣ ສົມບູນ ໄຊຍະຄຳ ໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍຕໍ່ພະນັກງານ ທີ່ຮັບເງິນນະໂຍບາຍອຸດໜູນເທື່ອດຽວ ໄດ້ອຸທິດເຫື່ອແຮງ ແລະ ສະຕິປັນຍາປະກອບເຂົ້າໃນພະລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນຖັນແຖວກອງທັບປະຊາຊົນລາວຢ່າງມີຜົນສຳເລັດ.
ໂດຍ: ນາງ ໂຄດາ ໄຊຍະສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ