ຂະແໜງສະຫະພັນແມ່ຍິງ ກອງພັນໃຫຍ່ 279 ເຜີຍແຜ່ເອກະສານມາລະຍາດໃນສັງຄົມ ແລະ ໃນພິທີການ
ເວລາອອກຂ່າວ: 2024-12-06 09:19:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 736 | ຄວາມນິຍົມ:
ຫວ່າງບໍ່ດົນມານີ້, ຂະແໜງສະຫະພັນແມ່ຍິງ ກອງພັນໃຫຍ່ 279 ໄດ້ເຜີຍແຜ່ເອກະສານ ມາລະຍາດໃນສັງຄົມລາວ ແລະ ໃນພິທີການ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນຍັງ ແກ້ວດາມສີ ຫົວໜ້າການເມືອງກອງພັນໃຫຍ່ 279, ມີຄະນະພັກ-ຄະນະບັນຊາ ພະແນກການ, ກອງພັນ, ກອງຮ້ອຍເອກະລາດ, ຂະແໜງສະຫະພັນແມ່ຍິງ, ຄະນະໜ່ວຍສະຫະພັນແມ່ຍິງ, ພ້ອມດ້ວຍສະ ມາຊິກເອື້ອຍນ້ອງແມ່ຍິງເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ສຸກສະ ຫວັນ ເທບພະພອນ ຫົວໜ້າຂະ ແໜງສະຫະພັນແມ່ຍິງ ກອງພັນໃຫຍ່ 279 ໄດ້ຂຶ້ນເຜີຍແຜ່ເອກະ ສານ ມາລະຍາດໃນສັງຄົມລາວ ແລະ ໃນພິທີການ ໃນນັ້ນ ມາລະ ຍາດໃນສັງຄົມລາວ ປະກອບມີ: ຄວາມໝາຍຂອງມາລະຍາດ, ມາ ລະຍາດສະແດງອອກ 3 ດ້ານ, ການປະຕິບັດຕົນຢູ່ໃນສະຖານທີ່ຕ່າງໆ, ມາລະຍາດທີ່ຄວນຫຼີກ ເວັ້ນ ແລະ ເອກະສານໃນພິທີການປະກອບມີ: ຄວາມໝາຍຂອງ ພິທີການ, ພິທີການໃນການຖາມ ສະບາຍດີ, ການເຂົ້າຮ່ວມງານ ລ້ຽງ, ການເຂົ້າຮ່ວມກອງປະ ຊຸມ, ມິດຕິງ, ບາງຫຼັກການໃນການເຂົ້າຮ່ວມກອງປະຊຸມ, ການກະກຽມຮັບຕ້ອນແຂກ ຫຼື ຄະນະຜູ້ແທນຕ່າງປະເທດ, ການຕ້ອນ ຮັບແຂກຕ່າງປະເທດ ຫຼື ຄະນະຜູ້ແທນຕ່າງປະເທດມາຢ້ຽມຢາມເປັນທາງການ ແລະ ບາງບັນຫາທີ່ຄວນຫຼີກເວັ້ນ. ທັງນີ້, ກໍເພື່ອເຮັດໃຫ້ພະນັກງານ-ນັກຮົບ ແລະ ສະມາຊິກສະຫະພັນແມ່ຍິງທົ່ວກອງພັນໃຫຍ່ ໄດ້ຮັບຮູ້ເຂົ້າ ໃຈຢ່າງເລິກເຊິ່ງກ່ຽວກັບທັດສະ ນະ, ມາລະຍາດໃນສັງຄົມ ແລະ ພິທີການຕ່າງໆຂອງແມ່ຍິງລາວ ພ້ອມທັງເປັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ເອື້ອຍນ້ອງໃນທົ່ວກົມກອງໄດ້ຮັບຮູ້ເຊື່ອມຊຶມ ກຳແໜ້ນແນວທາງນະໂຍບາຍຂອງພັກ, ຂໍ້ກຳນົດກົດໝາຍຂອງລັດ, ຂອງກອງທັບ, ສ້າງຄວາມເຊື່ອໜັ້ນຄວາມຕັດ ສິນໃຈ ແລະ ຍົກສູງຄວາມຮັບ ຜິດຊອບຂອງຄະນະໜ່ວຍແຕ່ລະສະຫາຍ ກໍຄື ສະມາຊິກສະຫະພັນແມ່ຍິງໃຫ້ມີຄວາມຮັບຜິດຊອບ ພ້ອມທັງໄປຈັດຕັ້ງໃຫ້ຖືກຕ້ອງຕາມພາລະບົດບາດຂອງຕົນ, ເອົາໃຈໃສ່ປຸກລະດົມຂະບວນການປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ກວ້າງຂວາງ, ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບສຶບຕໍ່ຜັນຂະຫຍາຍວຽກງານພັດທະນາໃຫ້ມີຊີວິດການ ເປັນຢູ່ດີຂຶ້ນ, ເພື່ອເປັນການປະ ກອບສ່ວນສ້າງກົມກອງໃຫ້ມີບາດກ້າວຂະຫຍາຍຕົວ ແລະ ມີຄວາມສະຫງົບໂດຍພື້ນຖານ.
ໂດຍ: ສາຄອນ ສຸລິເຍດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ