ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ປິດຊຸດອົບຮົມວຽກງານພະລາທິການ-ເຕັກນິກ ໄລຍະສັ້ນ
ເວລາອອກຂ່າວ: 2024-12-06 09:21:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 567 | ຄວາມນິຍົມ:
ວັນທີ 5 ພະຈິກ 2024 ນີ້, ໂຮງຮຽນວັດທະນະທໍາຊົນ ເຜົ່າກອງທັບ ໄດ້ປິດຊຸດອົບຮົມ ວຽກງານພະລາທິການ-ເຕັກ ນິກ ໄລຍະສັ້ນ ປະຈໍາປີ 2024, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວັນໄຊ ວົງ ປັນຍາ ຄະນະອໍານວຍການ ຫົວ ໜ້າຫ້ອງພະລາທິການ-ເຕັກນິກ ໂຮງຮຽນວັດທະນະທໍາຊົນເຜົ່າ ກອງທັບ, ມີຄະນະພັກ-ຄະນະບັນ ຊາ ຫ້ອງພະລາທິການ-ເຕັກນິກ ພ້ອມດ້ວຍບັນດາແຂກທີ່ຖືກເຊີນ ຕະຫຼອດຮອດນັກເຝິກອົບຮົມ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄໍາແດງ ສີອໍາມາລາ ຫົວໜ້າພະແນກແຜນ ການຫ້ອງພະລາທິການ- ເຕັກນິກ ໄດ້ຜ່ານບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດຫຼັກສູດຂອງ ການຮຽນ-ການສອນໃຫ້ນັກ ເຝິກອົບຮົມວຽກງານພະລາທິ ການ-ເຕັກນິກ ເຊິ່ງໄດ້ຍົກໃຫ້ ເຫັນເຖິງຜົນຂອງການຈັດຕັ້ງປະ ຕິບັດໜ້າທີ່ວຽກງານຕົວຈິງທີ່ ຄະນະພັກ-ຄະນະອຳນວຍການ, ພະນັກງານ, ຄູ-ອາຈານແຕ່ລະ ສະຫາຍໄດ້ພ້ອມກັນເອົາໃຈໃສ່ ໃກ້ຊິດຕິດແທດ ແລະ ຖ່າຍຖອດ ສົ່ງຄວາມຮູ້ໃຫ້ນັກເຝິກອົບຮົມ ດ້ວຍຄວາມຮັບຜິດຊອບສູງ ຈຶ່ງ ເຮັດໃຫ້ນັກເຝິກອົບຮົມແຕ່ລະສະ ຫາຍມີແນວຄິດຫຼັກໝັ້ນອຸ່ນອຽນ ທຸ່ນທ່ຽງ ພ້ອມກັນເອົາໃຈໃສ່ຢ່າງ ຕັ້ງໜ້າເຂົ້າໃນການຄົ້ນຄວ້າຮໍ່າ ຮຽນ ກໍຄື ລະບຽບການຕ່າງໆ ຂອງໂຮງຮຽນວາງອອກຢ່າງ ຖືກຕ້ອງ, ເຂັ້ມງວດ ເຮັດໃຫ້ການ ຈັດຕັ້ງການອົບຮົມ-ຫັດແອບໃນ ຄັ້ງນີ້ ບັນລຸໝາກຜົນສູງ ແລະ ມີ ຄວາມສະຫງົບປອດໄພ 100%, ສາມາດຕີລາຄາຜົນໄດ້ຮັບຄື: ອົບຮົມວຽກງານເສນາພະລາ ຂັ້ນເກັ່ງ ເທົ່າກັບ 10%, ກາງ ເທົ່າກັບ 60%, ຄາດໝາຍ 30%; ອົບຮົມວຽກງານຄຸ້ມຄອງອຸປະ ໂພກ ຂັ້ນເກັ່ງ ເທົ່າກັບ 20%, ກາງ ເທົ່າກັບ 60%, ຄາດໝາຍ 20%; ອົບຮົມວຽກງານເສນາ ຮັກ ຂັ້ນເກັ່ງ ເທົ່າກັບ15%, ກາງ ເທົ່າກັບ 65%, ຄາດໝາຍ 20%; ວຽກງານການເງິນຂັ້ນ ເກັ່ງ ເທົ່າກັບ 5%, ກາງເທົ່າກັບ 75%, ຄາດໝາຍ 20%; ວຽກ ງານຄຸ້ມຄອງລົດ, ນັກຮຽນເກັ່ງ ເທົ່າກັບ10%, ກາງ ເທົ່າກັບ 65%, ຄາດໝາຍ 25%; ວຽກ ງານກໍ່ສ້າງ-ຄຸ້ມຊັບສິນຂັ້ນເກັ່ງ ເທົ່າກັບ 15%, ກາງເທົ່າກັບ 55%, ຄາດໝາຍ 35%; ວຽກ ງານນໍ້າມັນເຊື້ອໄຟ ນັກຮຽນເກັ່ງ ເທົ່າກັບ 15%, ກາງ ເທົ່າກັບ 60%, ຄາດໝາຍ 25% ແລະ ວຽກງານອາວຸດ-ກະສຸນ ຂັ້ນເກັ່ງ ເທົ່າກັບ 10% ກາງ ເທົ່າກັບ 65% ແລະ ຄາດໝາຍ 25%.
ໂດຍ: ອາຫວຸ້ນ ອິນຫຼວງເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ