ຮອງຫົວໜ້າກົມພົວພັນຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາ ທີ່ປຶກສາທູດປ້ອງກັນຊາດອິນໂດເນເຊຍ ປະຈຳ ສປປ ລາວ
ເວລາອອກຂ່າວ: 2024-12-06 09:22:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 694 | ຄວາມນິຍົມ:
ວັນທີ 5 ທັນວາ 2024 ນີ້, ທ່ານ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນຕ່າງ ປະເທດ ພ້ອມດ້ວຍຄະນະໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ພັນເອກ ເອໂດ້ ທີ່ປຶກສາທູດປ້ອງກັນຊາດອິນໂດເນເຊຍ ປະຈຳ ສປປ ລາວ, ໃນໂອກາດທີ່ທ່ານສຳເລັດໜ້າທີ່ທາງການທູດປ້ອງກັນຊາດ ແລະ ຈະເດີນທາງກັບປະເທດເພື່ອຮັບໜ້າ ທີ່ໃໝ່.
ໂອກາດນີ້, ທ່ານ ພັນເອກ ເຟືອງໄຊ ມີລາກົງ ກໍໄດ້ກ່າວສະ ແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ຜົນງານການເຮັດວຽກຂອງ ທ່ານ ພັນເອກ ເອໂດ້ ໃນໄລຍະປະຈຳການເຮັດວຽກທາງການທູດປ້ອງກັນຊາດ ຢູ່ ສປປ ລາວ, ເຊິ່ງມີຜົນ ງານຫຼາຍອັນທີ່ພົ້ນເດັ່ນ ຖືເປັນການປະກອບສ່ວນອັນສຳຄັນ ແລະ ໃຫຍ່ຫຼວງໃນການເສີມຂະ ຫຍາຍສາຍພົວພັນການຮ່ວມມື ລະຫວ່າງສອງຊາດ, ສອງກອງ ທັບໃຫ້ນັບມື້ແໜ້ນແຟ້ນ.
ໂອກາດດັ່ງກ່າວ ທ່ານ ພັນ ເອກ ເອໂດ້ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານຮອງຫົວໜ້າກົມພົວພັນຕ່າງປະເທດ ພ້ອມທັງກ່າວວ່າ: ໃນໄລຍະຂອງການເຮັດໜ້າທີ່ປຶກສາທູດປ້ອງກັນຊາດອິນໂດເນເຊຍ ປະຈຳ ສປປ ລາວ ທີ່ຜ່ານມາໄດ້ຮັບການຊ່ວຍເຫຼືອຮ່ວມມືຢ່າງໃກ້ຊິດຕິດແທດຈາກກອງທັບປະຊາຊົນລາວ ແລະ ລັດຖະບານລາວ ເຊິ່ງຖືເປັນການປະກອບສ່ວນເພີ່ມທະວີຮັດແໜ້ນສາຍພົວພັນລະຫວ່າງສອງຊາດ, ສອງກອງທັບອິນໂດເນເຊຍ-ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ທ່ານ ເຟືອງໄຊ ມີລາກົງ ໄດ້ຕາງໜ້າໃຫ້ກະຊວງປ້ອງກັນປະເທດລາວ ໃຫ້ກຽດມອບປະດັບຫຼຽນກາມິດຕະພາບກອງທັບປະຊາຊົນລາວໃຫ້ແກ່ທ່ານ ພັນເອກ ເອໂດ້ ໃນໂອກາດທີ່ສຳເລັດໜ້າທີ່ປຶກສາທູດປ້ອງກັນຊາດອິນໂດເນເຊຍ ປະຈຳ ສປປ ລາວ ເເລະ ມອບຂອງທີ່ ລະນຶກເພື່ອເປັນການຍ້ອງຍໍຜົນ ງານຕື່ມອີກ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ