ຄະນະພັກຮາກຖານ ກອງບັນຊາການທະຫານເມືອງຈອມເພັດ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV
ເວລາອອກຂ່າວ: 2024-12-06 09:23:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 685 | ຄວາມນິຍົມ:
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຂອງຄະນະພັກ ຮາກຖານ ກອງບັນຊາການທະ ຫານເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍຜົນສຳເລັດຢ່າງຈົບ ງາມ ໃນທ້າຍເດືອນ ພະຈິກ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ສາຍສະໝອນ ສາລິວົງ ເລຂາພັກເມືອງ ເຈົ້າເມືອງ ເມືອງຈອມເພັດ, ມີ ສະຫາຍ ພັນເອກ ວິລະສິນ ມິດຕະພອນ ປະທານກວດກາພັກ ກອງບັນຊາການ, ຫົວໜ້າຫ້ອງການເມືອງທະຫານແຂວງ, ສະຫາຍ ພັນໂທ ຄອນເສີດ ຍູລະສານ ຮັກສາການເລຂາຄະນະພັກຮາກຖານ, ຫົວໜ້າການເມືອງ ກອງບັນຊາການທະຫານເມືອງຈອມເພັດ, ມີຄະນະຈັດຕັ້ງເມືອງ, ຄະນະພັກ-ຄະນະບັນຊາກົມກອງ, ແຂກຖືກເຊີນ ພ້ອມດ້ວຍພະນັກງານສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄອນເສີດ ຍູລະສານ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ຄະນະພັກເອົາໃຈໃສ່ອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານສະມາຊິກພັກ-ນັກຮົບກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ປະຕິບັດຕາມ 5 ຫຼັກການ 3 ທິດນຳຂອງພັກ, ສາມາດຂະ ຫຍາຍມະຫາຊົນເຂົ້າພັກໄດ້ 26 ສະຫາຍ, ຍິງ 6 ສະຫາຍ, ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 5 ປີຊ້ອນ, ທັງໄດ້ຈັດຕັ້ງກຳລັງຫັນລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອຕາມ 4 ເນື້ອໃນ 4 ຄາດໝາຍ, ສາມາດສ້າງຄອບ ຄົວ ແລະ ບ້ານປ້ອງກັນຊາດ ເຂັ້ມ ແຂງໄດ້ 55 ບ້ານ, ມີ 4.796 ຄອບຄົວ ກວມເອົາ 73,42%, ພະນັກງານ-ນັກຮົບ ໄດ້ຮັບການ ຍ້ອງຍໍປະເພດຫຼຽນໄຊພິລະອາດຫານ ຊັ້ນ II ກົມກອງລວມ ໝູ່ 2 ໜ່ວຍ, ບຸກຄົນໄດ້ຮັບຫຼຽນກາ-ຫຼຽນໄຊ ປະເພດຕ່າງໆ 13 ໜ່ວຍ, ໃບຍ້ອງຍໍຂັ້ນຕ່າງໆ 428 ໃບ. ພ້ອມນີ້, ຄະນະພັກຍັງໄດ້ນຳ ພາສຸມໃສ່ປູກຝັງ-ລ້ຽງສັດ ໂດຍປະຕິບັດຕາມທິດ 4 ປູກ 4 ລ້ຽງ ແລະ ຊອກແຫຼ່ງລາຍຮັບດ້ວຍວິທີການຕ່າງໆ, ພ້ອມທັງປັບປຸງກໍ່ສ້າງພື້ນຖານໂຄງລ່າງຫັນເຂົ້າສູ່ຄວາມແໜ້ນໜາຖາວອນ ສາມາດຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກ ຮົບນັບມື້ດີຂຶ້ນ. ໃນພິທີໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາ ສະຫາຍ ພັນໂທ ຄອນເສີດ ຍູລະສານ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນໂທ ຄຳເທບ ເທບພະວົງ ເປັນຮອງເລຂາ, ສະຫາຍ ພັນໂທ ວຽງຄຳ ຈັນເພັງ ເປັນປະທານກວດກາພັກ, ສະຫາຍ ພັນຕີ ທູນ ແກ້ວ ສຸລິຍະ ເປັນຮອງປະທານກວດກາ, ສະຫາຍ ພັນໂທ ຄຳຊາຍ ໄຊຍະທິງ, ສະຫາຍ ພັນໂທ ສົມພັນ ໄຊອຸທອນ ແລະ ສະຫາຍ ພັນໂທ ບຸນມາ ສຸລິເອ ເປັນຄະນະພັກຮາກຖານ.
ໂດຍ: ບຸນເພັງ ວົງແກ້ວມະນີ
ພາບ: ທອງລິດ ແກ້ວທຸມມາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ