ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ພະ​ແນກ​ສະຫະພັນ​ແມ່ຍິງ ວິທະຍາຄານ ​ພະລາທິການ​ກອງທັບ ສ້າງ​ໄດ້ຜົນ​ງານ​ຫຼາຍ​ດ້ານ
ເວລາອອກຂ່າວ: 2024-12-06 09:26:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 710 | ຄວາມນິຍົມ:



ອີງ​ໃສ​່ບົດ​ລາຍ​ງານ​ການເມືອງ​ທັງ​ສອງ​ພາກ​ຕໍ່ກອງ​ປະ ຊຸມ​ຜູ້​ແທນ​ແມ່ຍິງ​ ຄັ້ງ​ທີ IV ທີ່​ສະເໜີ​ໂດຍ ສະຫາຍ ພັນ​ໂທ ນາງ ຄຳຫຼ້າ ກົມ​ທິ​ສອນ ຫົວໜ້າ​ພະ​ແນກ​ສະຫະພັນ​ແມ່ຍິງ ວິທະ ຍາຄານພະລາທິການ​ກອງທັບ ໃຫ້​ຮູ້​ວ່າ: ໃນ​ໄລຍະ 5 ປີ ຜ່ານ​ມາ, ພະ​ແນກ​ສະຫະພັນ​ແມ່ຍິງ ໄດ້​ຖື​ເອົາ​ວຽກ​ງານ​ສຶກ​ສາ​ອົບ ຮົມ​ການເມືອງ-ນຳພາ​ແນວ​ຄິດ​ເປັນ​ບັນຫາ​ສຳຄັນດ້ວຍ​ຫຼາຍ​ຮູບ​ການ ແລະ ຫຼາຍ​ຮູບ​ແບບ ​ເປັນຕົ້ນ​ແມ່ນປຸກລະດົມ​ສະມາ ຊິກ​ສະຫະພັນ​ແມ່ຍິງເຂົ້າ​ຮ່ວມ​ ເຊື່ອມ​ຊຶມ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ, ມະຕິ​ກອງ​ປະຊຸມໃຫຍ່ ຄັ້ງ​ທີ V ຂອງ​ອົງຄະ​ນະ​ພັກກະຊວງ​ປ້ອງ​ກັນ​ປະເທດ ແລະ ນິຕິ​ກຳ​ຕ່າງໆ​ຂອງ​ພັກ, ຂອງກອງທັບ; ກໍ​ຄື​ ນິຕິ​ກຳ​ຂອງ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ ແລະ ຫ້ອງການ​ສະຫະພັນ​ແມ່ຍິງ​ກອງທັບ​ວາງ​ອອກ ເຊິ່ງ​ຄະນະ​ພັກ-ຄະນະ​ອຳນວຍ​ການ ແລະ ຄະນະ​ບັນຊາ​ທຸກ​ຂັ້ນໄດ້​ອຳນວຍ​ຄວາມ​ສະດວກ​ໃກ້ຊິດຕິດແທດ ພ້ອມ​ທັງ​ມອບ​ໝາຍ​ໜ້າທີ່​ໃຫ້​ສະ ມາຊິກ​ສະຫະພັນ​ແມ່ຍິງເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ​ຂອງ​ຕົນ​ ໃນ​ການ​ປະຕິບັດ​ໜ້າທີ່​ວິຊາ​ສະເພາະ ຄຽງ​ຄູ່​ກັບ​ເພດ​ຊາຍ, ຍົກ​ສູງ ແລະ ເຊີດ​ຊູ​ບົດບາດ​ສິດ​ສະເໝີ​ພາບ​ລະຫວ່າງ ​ຍິງ-ຊາຍ ທາງ​ດ້ານ​ໜ້າທີ່​ວຽກ​ງານ​ວິຊາ​ສະເພາະ, ໄດ້​ຮັບ​ການ​ເອົາໃຈໃສ່​ຈາກ​ການຈັດຕັ້ງ​ທຸກ​ຂັ້ນ, ມີ​ສະ ມາຊິກ​ແມ່ຍິງ​ບາງ​ສະຫາຍ​ໄດ້​ ຮັບ​ການ​ແຕ່ງຕັ້ງ​ມອບ​ໝາຍ​ໜ້າ ທີ່​ຢູ່​ໃນ​ຂັ້ນ​ບັນຊາ-ນຳພາ​ຢູ່​ໃນ​ຂະແໜງການ​ຕ່າງໆ. ນອກ​ນັ້ນ, ຍັງ​ໄດ້​ຊຸກຍສະ ມາຊິກ​ແມ່ຍິງ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ຕ່າງໆ ​ທີ່​ຂັ້ນ​ເທິງ​ ແລະ ກົມ​ກອງ​ຈັດ​ຂຶ້ນ ເປັນຕົ້ນ​ແມ່ນ​ຂະ​ບວນ​ການ​ແຂ່ງຂັນ​ຮັກ​ຊາດ ແລະ ພັດທະນາ, ການ​ຖາມ-ຕອບ​ຄວາມ​ຮູ້​ຮອບ​ຕົວ, ການ ແຂ່ງຂັນ​ກິລາ, ສິລະ​ປະ-ວັນ ນະຄະດີ, ອອກແຮງ​ງານ​ແດງ ແລະ ຂະ​ບວນ​ການ​ອື່ນໆ ເຫັນ ​ວ່າສະມາຊິກແມ່ຍິງ​ໄດ້​ປະກອບ​ສວນ​ຢ່າງ​ແຂງແຮງ​ເທົ່າທຽມ​ກັບ​ເພດ​ຊາຍ ໄປ​ຄຽງ ​ຄູ່​ກັນ​ນັ້ນ, ​ຍັງ​ໄດ້​ເອົາໃຈໃສ່​ນຳພາ-ຊີ້​ນຳ​ຈັດ​ຕັ້ງ​ປະຕິບັດ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ ຂອງ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ​ວາງ​ອອກ ຕິດ​ພັນ​ກັບ 4 ໜ້າ​ທີ່ໃຫຍ່ 26 ແຜນ​ງານ​ທີ່​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ. ປັດຈຸບັນ​ທົ່ວ​ວິທະຍາຄານ​ພະລາທິການ​ກອງທັບ ມີ​ສະມາຊິກ​ແມ່ຍິງ 270 ສະຫາຍ; ຜ່ານ​ການຈັດຕັ້ງ​ປະ​​ຕິບັດ​ວຽກ​ງານ​ຕ່າງໆ​ທີ່​ປິ່ນ​ອ້ອມ​ໜ້າທີ່​ການເມືອງ ແລະ ວິຊາ​ສະເພາະ​ຂອງ​ກົມ​ກອງ​ໃນ​ໄລຍະ​ຜ່ານ​ມາ ສາມາດ​ຄັດ​ເລືອກ​ຜົນງານ​ໄດ້​ດັ່ງນີ້: ໄດ້​ຮັບ​ການຍ້ອງ ຍໍ​ຫຼຽນ​ໄຊ​ພິລະ​ອາດ​ຫານ ຊັ້ນ III ຈຳນວນ 11 ສະຫາຍ, ຫຼຽນ​ ໄຊ​ແຮງ​ງານ​ ຊັ້ນ III ມີ 12 ສະ ຫາຍ, ຫຼຽນ​ກາ​ແຮງງານ 80 ສະຫາຍ, ໃບ​ຍ້ອງຍໍ​ລັດຖະບານ 60 ສະຫາຍ, ໃບ​ຍ້ອງຍໍ​ກະຊວງ​ປ້ອງ​ກັນ​ປະເທດ 37 ສະຫາຍ, ໃບ​ຍ້ອງຍໍ​ກົມ​ໃຫຍ່​ການເມືອງ​ກອງທັບ 37 ສະຫາຍ, ໃບ​ຍ້ອງ ຍໍ​ຄູ​ສອນ​ດີ-ສອນ​ເດັ່ນ ແລະ ນັກຮຽນ-ນັກ​ສຶກ​ສາ​ດີເດັ່ນ 66 ສະຫາຍ, ໄດ້​ຮັບ​ການ​ເລື່ອນ​ຊັ້ນ ແລະ ເລື່ອນ​ຂັ້ນ 212 ສະຫາຍ, ພົນລະເມືອງ​ດີ 222 ສະຫາຍ, ພັດທະນາ​ດີ 216 ສະຫາຍ, ສ້າງ​ຄອບຄົວ​ດີ 185 ສະຫາຍ, ແມ່ຍິງ 3 ດີ ປະເພດ I ມີ 164 ສະຫາຍ, ປະເພດ II ມີ 58 ສະ ຫາຍ ອັນ​ພົ້ນ​ເດັ່ນ​ແມ່ນ​ມີ​ກອງ ທຶນ​ພັດທະນາ​ສະຫະພັນ​ແມ່ ຍິງ ແລະ ມີ​ສະມາຊິກ​ກອງ​ທຶນ 1.240 ຄົນ, ມີ​ເງິນ​ກອງ​ທຶນ 5.250.663.000 ກີບ. ສະຫາຍ ພັນ​ໂທ ນາງ ຄຳຫຼ້າ ກົມ​ທິ​ສອນ ຍັງ​ກ່າວ​ຕື່ມ​ອີກວ່າ: ໃນຕໍ່ໜ້າ​ຈະ​ໄດ້​ເພີ່ມ​ທະວີ​ວຽກ​ງານ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ, ສືບຕໍ່​ປຸກລະດົມ​ສະມາຊິກ​ແມ່ຍິງ​ ພ້ອມ​ກັນ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ຕ່າງໆ ໃຫ້​ເປັນ​ຂະ​ບວນ​ການ​ຟົດຟື້ນ, ເປັນ​ເຈົ້າ​ການ​ປະຕິບັດ​ພາລະ​ບົດບາດ​ໃນ​ການ​ປົກ​ປ້ອງ​ສິດຜົນປະໂຫຍດ​ຂອງ​ແມ່ຍິງ ແລະ ເດັກນ້ອຍ, ເອົາໃຈໃສ່​ປັບປຸງ​ການຈັດຕັ້ງ​ສະ ຫະພັນ​ແມ່ຍິງ​ໃຫ້​ມີ​ຄວາມ​ໜັກ​ແໜ້ນເຂັ້ມແຂງ, ມີ​ແບບແຜນວິທີ​ເຮັດ​ວຽກ​ທີ່​ສອດຄ່ອງ ບົນ​ພື້ນ ຖານ​ຫຼັກການ​ລວມສູນ​ປະຊາ ທິປະໄຕ ເຮັດ​ວຽກ​ເປັນ​ໝູ່​ຄະນະ, ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ ແລະ ປະຕິບັດ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ກອງ ທັບ ກໍ​ຄື​ກົມ​ກອງ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ