ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ຄວາມຈໍາເປັນໃນການສ້າງກົດໝາຍ ວ່າດ້ວຍສະຫະພັນແມ່ຍິງລາວ
ເວລາອອກຂ່າວ: 2024-12-06 10:17:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 623 | ຄວາມນິຍົມ:



ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໄດ້ສະເໜີຄວາມຈໍາເປັນຕໍ່ການປັບປຸງກົດໝາຍ ວ່າດ້ວຍ ສະຫະພັນແມ່ຍິງລາວ ຕໍ່ກອງປະຊຸມສະໄໝສາມັນເທື່ຶອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 3 ທັນວາ ນີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ລາຍງານວ່າ: ຄວາມຈໍາເປັນໃນການສ້າງກົດໝາຍ ວ່າດ້ວຍສະຫະພັນແມ່ຍິງລາວ ມີພາລະບົດບາດເປັນຕົວແທນໃນການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກສະຫະພັນແມ່ຍິງ, ແມ່ຍິງບັນດາເຜົ່າ, ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ, ເສີມຂະຫຍາຍສິດເປັນເຈົ້າຂອງແມ່ຍິງລາວ ແລະ ສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ, ຮັກສາ ແລະ ສົ່ງເສີມຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ, ປຸກລະດົມແມ່ຍິງລາວ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສະພາບການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ສະຫະພັນແມ່ຍິງລາວ ໃນໄລຍະຜ່ານມາກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ ໄດ້ຖືກຮັບຮອງໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VII ຄັ້ງວັນທີ 23 ກໍລະກົດ 2013, ກ່ຽວກັບການປະກາດໃຊ້ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ ຢ່າງເປັນທາງການ ຊຶ່ງປະກອບມີ 11 ພາກ ແລະ 54 ມາດຕາ. ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໄດ້ລາຍງານຕື່ມວ່າ: ດ້ານດີສະຫະພັນແມ່ຍິງແຕ່ລະຂັ້ນຈັດຕັ້ງເຜີຍແຜ່ ແລະ ນໍາໃຊ້ກົດໝາຍສະບັບນີ້ເປັນບ່ອນອີງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ, ສິດໜ້າທີ່ຂອງຕົນໄດ້ເປັນຢ່າງດີ; ກົດໝາຍສະບັບນີ້ເປັນເຄື່ອງມື ແລະ ກົນໄກໃຫ້ການຈັດຕັ້ງສະຫະພັນແມ່ຍິງລາວ ຊຶ່ງໄດ້ກຳນົດໄວ້ລະອຽດກ່ຽວກັບຫຼັກການ, ລະບຽບການ, ມາດຕະການ ການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ ແລະ ການຕິດຕາມກວດກາວຽກງານຂອງສະຫະພັນແມ່ຍິງ; ຮັບປະກັນໄດ້ເຖິງຄຸນນະພາບ, ປະສິດທິພາບ, ການຈັດຕັ້ງມີຄວາມເຂັ້ມແຂງ, ສາມາດປະຕິບັດພາລະບົດບາດ, ສິດ, ໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງສະຫະພັນແມ່ຍິງແຕ່ລະຂັ້ນຢ່າງມີປະສິດທິຜົນໃນການພັດທະນາ, ປົກປ້ອງສິດແລະຜົນປະໂຫຍດອັນຊອບທຳຂອງສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າໃນທົ່ວປະເທດ, ການປັບປຸງກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວໃນໄລຍະຜ່ານມາອີງຕາມແຜນການສ້າງ, ປັບປຸງກົດໝາຍ ໄລຍະ 5 ປີ (2021-2025), ປະຈໍາປີ 2024, ຊຶ່ງສູນກາງສະຫະພັນແມ່ຍິງລາວມີຄວາມຮັບຜິດຊອບໃນການປັບປຸງກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ ເພື່ອສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ, ຄະນະຮັບຜິດຊອບຈຶ່ງໄດ້ຈັດຕັ້ງປະຕິບັດຕາມບາດກ້າວຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການສ້າງນິຕິກຳ ຮ່າງກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ (ສະບັບປັບປຸງ) ໂດຍໄດ້ຈັດຕັ້ງການຄົ້ນຄວ້າປະເມີນ, ທາບທາມ ແລະ ປະກອບຄໍາເຫັນຕໍ່ຮ່າງກົດໝາຍສະບັບປັບປຸງໃໝ່ມາແລ້ວ ລວມທັງໝົດ 13 ຄັ້ງ, ຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ ຮ່ວມກັບສະຫະພັນແມ່ຍິງບັນດາແຂວງ ພາກເໜືອ, ພາກກາງ ແລະ ພາກໃຕ້; ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວສະໄໝທີ VIII ແລະ 4 ຂົງເຂດ ຂັ້ນສູນກາງ ລວມທັງໝົດ 4 ຄັ້ງ; ປັດຈຸບັນຮ່າງກົດໝາຍວ່າ ດ້ວຍສະຫະພັນແມ່ຍິງລາວ (ສະບັບປັບປຸງ) ມີທັງໝົດ 12 ພາກ, 8 ໝວດ, 58 ມາດຕາ ໃນນັ້ນ, ປັບປຸງທັງໝົດ 47 ມາດຕາ, ສ້າງໃໝ່ 7 ມາດຕາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ