ວປກ ເປີດຂະບວນການແຂ່ງຂັນກິລາມວນຊົນ ເພື່ອຂ່ຳນັບຮັບຕ້ອນວັນສຳຄັນປະຫວັດສາດຂອງຊາດ ແລະ ກອງທັບ
ເວລາອອກຂ່າວ: 2024-12-06 11:14:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 914 | ຄວາມນິຍົມ:
ໃນວັນທີ 4 ທັນວາ 2024 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ເປີດຂະບວນການແຂ່ງຂັນກິລາມວນຊົນ ເພື່ອຂ່ຳນັບຮັບຕ້ອນວັນສຳຄັນປະຫວັດສາດຂອງຊາດ ແລະ ກອງທັບ ຂຶ້ນຢ່າງເປັນທາງການ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ຫົວໜ້າການທະຫານ ວປກ, ມີສະຫາຍ ພົວຈັດຕະວາ ແປ້ນຄຳ ບຸດຈັນແພງ ຫົວໜ້າການເມືອງ ວປກ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ຄູ-ອາຈານ, ນາຍ ແລະ ພົນທະຫານ ຕະຫຼອດຮອດທີມນັກກິລາຂອງແຕ່ລະພາກສ່ວນ ເຂົ້າຮ່ວມ.
ສະຫາຍ ພັນໂທ ເທວາດ ວົງວິໄລ ຮອງຫົວໜ້າຫ້ອງການ ວປກ ໄດ້ຜ່ານແຜນການຈັດການແຂ່ງຂັນກິລາມວນຊົນ ເພື່ອຂ່ຳນັບຮັບຕ້ອນວັນສຳຄັນປະຫວັດສາດຂອງຊາດ ແລະ ກອງທັບ ໂດຍສະເພາະກໍແມ່ນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ວັນສ້າງຕັ້ງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຄົບຮອບ 28 ປີ (13 ທັນວາ 1996 - 13 ທັນວາ 2024), ເຊິ່ງສະຫາຍໄດ້ໃຫ້ຮູ້ວ່າ: ກິດຈະກຳໃນຄັ້ງນີ້ ກໍເພື່ອແນໃສ່ເປັນການສ້າງຂະບວນການ, ສ້າງຜົນງານໃຫ້ເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍ-ຄວາມສຳຄັນຢ່າງຕໍ່ເນື່ອງ. ສຳລັບປະເພດກິລາທີ່ນຳມາແຂ່ງຂັນໃນຄັ້ງນີ້ປະກອບມີ: 2 ປະເພດດ້ວຍກັນຄື: ບານສົ່ງຊາຍ-ຍິງ ແລະ ບານເຕະຊາຍ, ມີທີມນັກກິລາເຂົ້າຮ່ວມທັງໝົດ 43 ທີມ, ບານສົ່ງຍິງ 8 ທີມ, ບານສົ່ງຊາຍ 18 ທີມ ແລະ ບານເຕະຊາຍ 17 ທີມ. ລາງວັນທີ 1 ໃນແຕ່ລະປະເພດ ຈະໄດ້ຮັບຂັນລາງວັນ ແລະ ເງິນສົດ, ລາງວັນທີ 2 ໄດ້ຮັບຂັນລາງວັນ ແລະ ເງິນສົດ, ລາງວັນທີ 3 ຈະໄດ້ຮັບເງິນສົດ ແລະ ລາງວັນຊົມເຊີຍຈະໄດ້ຮັບເງິນສົດ ເຊັ່ນດຽວກັນ. ໂດຍຈະມີກຳນົດການແຂ່ງຂັນເລີ່ມແຕ່ວັນທີ 4 ທັນວາ 2024 ໄປຈົນເຖິງ 16 ມັງກອນ 2025.
ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ກໍໄດ້ມີຄໍາເຫັນ ແລະ ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບຈັດການແຂ່ງຂັນກິລາທຸກພາກສ່ວນຕ້ອງເອົາໃຈໃສ່ຕິດຕາມການເຄື່ອນໄຫວຂອງການແຂ່ງຂັນກິລາຄັ້ງນີ້ໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ມີເນື້ອໃນ ແລະ ໄດ້ຮັບຜົນສູງ ທັງນີ້, ກໍເພື່ອແນໃສ່ໃຫ້ນັກກິລາທຸກຄົນຕ້ອງມີຄວາມສາມັກຄີກັນຢ່າງແໜ້ນແຟ້ນ, ມີນໍ້າໃຈນັກກິລາ ຮູ້ແພ້, ຮູ້ຊະນະໃນເກມການແຂ່ງຂັນ. ພ້ອມນີ້, ສະຫາຍກໍໄດ້ກ່າວເປີດຂະບວນການແຂ່ງຂັນກິລາຂຶ້ນຢ່າງເປັນທາງການ.
ໂດຍ: ນາງ ວິໄລລັກ ກາຖະຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ