ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ປິດຊຸດອົບຮົມ ວຽກງານບົວລະບັດສ້ອມແປງລະບົບໄຟໃນລົດຕັງ - ລົດຫຸ້ມເກາະ ແລະ ລະບົບລ໋ອກເປົ້າໝາຍ ລົດຕັງ-ລົດຫຸ້ມເກາະ
ເວລາອອກຂ່າວ: 2024-12-06 12:29:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1051 | ຄວາມນິຍົມ:



ໃນວັນທີ 5 ທັນວາ 2024 ນີ້, ກອງພັນ 615 ກອງພັນໃຫຍ່ 661 ໄດ້ປິດຊຸດເຝິກອົບຮົມໄລຍະສັ້ນ ລະບົບ 3 ເດືອນ ວຽກງານບົວລະບັດສ້ອມແປງລະບົບໄຟໃນລົດຕັງ - ລົດຫຸ້ມເກາະ ແລະ ລະບົບລ໋ອກເປົ້າໝາຍລົດຕັງ-ລົດຫຸ້ມເກາະ, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະບັນຊາ ກົມເຕັກນິກເຫຼົ່າຮົບກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ຄະນະຊ່ຽວຊານຫວຽດນາມ, ນັກເຝິກອົບຮົມ, ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ສີມອນ ຄະວົງສາ ຮອງຫົວໜ້າກົມ ເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານບົດສະຫຼຸບຕີລາຄາຄືນຜ່ານການຈັດຕັ້ງປະຕິບັດ ເນື້ອໃນການອົບຮົມ-ຫັດແອບຕົວ ຈິງໃນໄລຍະ 3 ເດືອນຜ່ານມາ, ເຖິງແມ່ນຈະພົບຄວາມຫຍຸ້ງຍາກ ໃນຫຼາຍດ້ານກໍ່ຕາມ ແຕ່ນັກເຝິກອົບຮົມ ກໍໄດ້ເອົາໃຈໃສ່, ຕັ້ງໃຈຄົ້ນຄວ້າຮ່ຳຮຽນ, ປະຕິບັດລະບຽບວິໄນຢ່າງເຂັ້ມງວດ ຈຶ່ງເຮັດໃຫ້ບັ້ນອົບຮົມ-ຫັດແອບດັ່ງກ່າວໄດ້ຮັບຜົນສໍາເລັດຕາມຄາດໝາຍ, ຜ່ານການອົບຮົມ-ຫັດແອບສາມາດຕີລາຄາຜົນໄດ້ຮັບດັ່ງນີ້: ປະເພດເກັ່ງ 5 ຫາຍ, ເທົ່າກັບ 16,66 % ປະເພດເເຂງ 25 ສະຫາຍ, ເທົ່າກັບ 83,34 % ຈາກນັ້ນ ສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຫົວໜ້າກົມເຕັກນິກເຫຼົ່າຮົບ ກົມໃຫຍ່ເຕັກນິກກອງທັບ ກໍໄດ້ມອບໃບຢັ້ງຢືນໃຫ້ແກ່ນັກເຝິກອົບຮົມທີ່ສຳເລັດການອົບຮົມ ຈໍານວນ 30 ສະຫາຍ. ຢ່າງສົມກຽດ. ໂອກາດນີ້, ສະຫາຍ ປະທານ ໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາສຳຄັນ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຊ່ຽວຊານຫວຽດນາມ ແລະ ນັກເຝິກອົບຮົມ ເຖິງແມ່ນວ່າເວລາອົບຮົມຈະສັ້ນ ແຕ່ຄະນະຊ່ຽວຊານ ໄດ້ເອົາໃຈໃສ່ສິດສອນສົ່ງຄວາມຮູ້ໃຫ້ນັກເຝິກອົບຮົມ ແລະ ນັກເຝິກອົບຮົມ ກໍໄດ້ຕັ້ງໜ້າຮໍ່າຮຽນ ໂດຍເນັ້ນໃສ່ພາກປະຕິບັດຕົວຈິງເປັນຫຼັກສົມທົບກັບທິດສະດີໄປຄຽງຄູ່ກັນ. ພ້ອມທັງ, ເນັ້ນໜັກໃຫ້ນັກເຝິກອົບຮົມແຕ່ລະສະຫາຍ ຈົງນຳເອົາບົດຮຽນທີ່ໄດ້ຮຽນມາ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ ຕາມແຕ່ລະເງື່ອນໄຂ ແລະ ໃນການຈັດຕັ້ງປະຕິບັດຂອງແຕ່ລະໜ້າວຽກຕົວຈິງໃນສະເພາະໜ້າ ແລະ ຍາວນານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ