ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 24 ມັງກອນ 2025

  

ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ຢູ່ຫ້ອງວ່າການກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2024-12-06 12:39:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2799 | ຄວາມນິຍົມ:



ວັນທີ 6 ທັນວາ 2024 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາກົມ, ກອງ, ຫ້ອງການ, ພະແນກການ, ບໍລິສັດ ລັດວິສາຫະກິດ ແລະ ນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນ, ເລື່ອນທຽບຊັ້ນໃໝ່ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳຫຼ້າ ແສນນະເຂດ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານ ຢູ່ຫ້ອງວ່າການກະຊວງປ້ອງກັນປະເທດ ຈຳນວນ 34 ສະຫາຍ. ໃນນີ້, ເລື່ອນຊັ້ນ, ເລື່ອມທຽບຊັ້ນ ຮ້ອຍເອກ ຂຶ້ນຊັ້ນພັນຕີ ຈຳນວນ 24 ສະຫາຍ, ເລື່ອນຊັ້ນ, ເລື່ອມທຽບຊັ້ນ ຮ້ອຍໂທ ຂຶ້ນຊັ້ນຮ້ອຍເອກ ຈຳນວນ 8 ສະຫາຍ, ເລື່ອນທຽບຊັ້ນຮ້ອຍຕີ ຂຶ້ນຊັ້ນຮ້ອຍໂທ ຈຳນວນ 1 ສະຫາຍ ແລະ ເລື່ອນທຽບຊັ້ນວາທີ ຂຶ້ນຊັ້ນຮ້ອຍໂທ ຈຳນວນ 1 ສະຫາຍ. ໂອກາດນີ້, ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນ, ເລື່ອມທຽບຊັ້ນໃໝ່ໃນຄັ້ງນີ້, ຈົ່ງພ້ອມກັນຍົກສູງຄວາມຮັບຜິດຕໍ່ໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ, ມີຄຸນສົມບັດສິນທຳປະຕິວັດ, ຊື່ສັດບໍລິສຸດຕໍ່ຊາດ, ຕໍ່ພັກ-ລັດ, ຕໍ່ກອງທັບ ແລະ ຕໍ່ປະຊາຊົນ, ປັບປຸງແບບແຜນວິທີນຳພາ-ບັນຊາ, ແບບແຜນວິທີເຮັດວຽກ, ແບບແຜນດໍາລົງຊີວິດ ໃຫ້ສອດຄ່ອງກັບໜ້າທີ່ການເມືອງ ຂອງກົມກອງ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ຮັກສາຄວາມລັບຂອງຊາດ, ຂອງກອງທັບ ກໍຄືຂອງກົມກອງ ເພື່ອຫຼີກລ້ຽງການຊື້ຈ້າງຈອບອອຍ, ການສວຍໃຊ້ວິຊາສະເພາະໄປໃນທາງທີ່ບໍ່ດີ, ເພື່ອພ້ອມປະກອບສ່ວນເຂົ້າໃນການປັບປຸງກົມກອງ ໃຫ້ໜັກແໜ້ນ ເຂັ້ມແຂງ ຂຶ້ນເທື່ອລະກ້າວ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ