ປະກາດການແຕ່ງຕັ້ງກຳມະການ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2024-12-06 14:09:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2953 | ຄວາມນິຍົມ:
ພິທີປະກາດການແຕ່ງຕັ້ງກໍາມະການ, ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນ ໃນວັນທີ 6 ທັນວາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຄະນະກຳມະການ ປກຊ-ປກສ ສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະກຳມະການ ປກຊ-ປກສ ນະຄອນຫຼວງວຽງຈັນ, ມີບັນດາສະຫາຍຄະນະພັກນະຄອນຫຼວງວຽງຈັນ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານ, ປກສ ພ້ອມດ້ວຍຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ຮອງປະທານ, ຜູ້ປະຈໍາການຄະນະກຳມະການ ປກຊ-ປກສ ນະຄອນຫຼວງວຽງຈັນ, ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານຫຍໍ້ການຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ຂອງຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາ. ຈາກນັ້ນ, ສະຫາຍ ພົນຈັດຕະວາ ທຸມມາ ພົມມະທໍາ ຮອງຫົວໜ້າຫ້ອງການຄະນະກໍາມະການ ປກຊ-ປກສ ສູນກາງ ກໍໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງກໍາມະການ ຄະນະກຳມະການ ປກຊ-ປກສ ນະຄອນຫຼວງວຽງຈັນ, ຄະນະເລຂາທິການສູນກາງພັກ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນເອກ ບຸນລິດ ສີສຸພອນ ເປັນກໍາມະການ ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.
ໂອກາດນີ້, ສະຫາຍ ພົນໂທ ສຈ ປອ ທອງລອຍ ສິລິວົງ ກໍໄດ້ກ່າວສະແດງຄວາມຊົມເຊີຍສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ພ້ອມທັງເນັ້ນໜັກບາງບັນຫາທີ່ສໍາຄັນ ໃຫ້ສືບຕໍ່ເອົາໃຈໃສ່ເພີ່ມທະວີການຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ຊີ້ນໍາ, ນໍາພາການຈັດຕັ້ງຜັນຂະຫຍາຍ, ປະຕິບັດມະຕິ, ຄໍາສັ່ງຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຄະນະກຳມະການປກຊ-ປກສ ສູນກາງ ກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນຂອບເຂດທີ່ຕົນຮັບຜິດຊອບ, ສືບຕໍ່ສຸມທຸກກໍາລັງແຮງສັງລວມ ຮັບປະກັນໃຫ້ນະຄອນຫຼວງວຽງຈັນມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ, ສຸມໃສ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ປະສານສົມທົບແໜ້ນລະຫວ່າງວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບກັບການພັດທະນາເສດຖະກິດ-ສັງຄົມ ແລະ ເອົາໃຈໃສ່ການປະຕິບັດຖືກຕ້ອງແນວທາງຕ່າງປະເທດຂອງພັກ, ການພົວພັນຮ່ວມມືກັບຕ່າງປະເທດຢ່າງມີປະສິດທິຜົນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ