ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ກອງພົນທີ 1 ມອບເຄື່ອງຊ່ວຍເຫຼືອຄອບຄົວພະນັກງານທີ່ເກີດອັກຄີໄພ
ເວລາອອກຂ່າວ: 2024-12-06 15:11:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2822 | ຄວາມນິຍົມ:



ໃນວັນທີ 6 ທັນວາ 2024 ນີ້, ກອງພົນທີ 1 ໄດ້ລະດົມທຶນເພື່ອຊ່ວຍເຫຼືອຄອບຄົວ (ພໍ່ແມ່) ຮ້ອຍໂທ ນາງ ບົວພອນ ບຸນພອນໄຊ ສັງກັດຢູ່ຫ້ອງການ ແລະ ບໍລິຫານກອງພົນທີ່ເກີດອັກຄີໄພ ( ໄຟຟ້າລັດວົງຈອນ) ຢູ່ ບ້ານເປີບ ເມືອງແປກ ແຂວງຊຽງຂວາງ. ໃນວັນທີ 20 ຕຸລາ 2024 ຜ່ານມາ, ເຊິ່ງກ່າວມອບ ໂດຍ ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຫົວໜ້າການເມືອງ ກອງພົນທີ 1, ໂດຍມີຄະນະພັກ-ຄະນະບັນຊາການກອງພົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ສົມຈັນ ກອງໄຊສອນ ຫົວໜ້າຫ້ອງການ ແລະ ບໍລິຫານກອງພົນ ໄດ້ຜ່ານບົດລາຍງານການລະດົມທຶນຊ່ວຍເຫຼືອອັກຄີໄພ; ອີງຕາມແຈ້ງການຂອງຄະນະບັນຊາການກອງພົນ ໃນຄັ້ງວັນທີ 28 ຕຸລາ 2024 ກ່ຽວກັບການລະດົມທຶນຊ່ວຍເຫຼືອຈາກບັນດາຫົວໜ່ວຍກົມກອງ ທີ່ຂຶ້ນກັບ ກອງພົນທີ 1 ເພື່ອລະດົມທຶນຊ່ວຍເຫຼືອຄອບຄົວພະນັກງານທີ່ຖືກອັກຄີໄພ; ອີງຕາມການເກັບກໍາຂໍ້ມູນ ແລະ ການສົ່ງແຈ້ງການຊ່ວຍເຫຼືອໃຫ້ບັນດາຫົວໜ່ວຍກົມກອງຕົວຈິງທັງໝົດ 5 ອົງການ ແລະ 14 ກົມກອງອ້ອມຂ້າງສໍານັກງານກອງພົນ; ຜ່ານການລະດົມທຶນໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນຕ່າງໆ ລະອຽດ ຄື: ກອງພົນທີ 1 ຈໍານວນ 5.000.000 ກີບ, 5 ອົງການ ຈໍານວນ 9.350.000 ກີບ, ບັນດາກົມກອງອ້ອມຂ້າງ ຈໍານວນ 6.888.000 ກີບ, ລວມທັງໝົດ 21.980.000 ກີບ; ນອກນີ້ຍັງຈະມີຫົວ ໜ່ວຍກົມກອງອີກຈໍານວນໜຶ່ງຈະຊ່ວຍພາຍຫຼັງ. ສະຫາຍ ຫົວໜ້າການເມືອງກອງພົນ ໄດ້ຕາງໜ້າຄະນະພັກ-ຄະນະບັນຊາການກອງພົນ, ນາຍ ແລະ ພົນທະຫານ ທົ່ວກອງພົນທີ 1 ໄດ້ກ່າວສະແດງຄວາມເປັນຫ່ວງເປັນໃຍ ແລະ ຢື້ຢາມຖາມຂ່າວອັນອົບອຸ່ນມາຍັງຄອບຄົວ ກໍ່ຄືພໍ່-ແມ່ ແລະ ອ້າຍ,ເອື້ອຍ, ນ້ອງຂອງ ສະຫາຍ ຮ້ອຍໂທ ນາງ ບົວພອນ ບຸນພອນໄຊ ທີ່ໄດ້ເກີດອັກຄີໄພກັບທີ່ຢູ່ອາໄສຂອງຕົນ, ພ້ອມກ່າວໃຫ້ກໍາລັງໃຈເພື່ອສູ້ຊົນຜ່ານຜ່າກັບເຫດການຄັ້ງນີ້ໃຫ້ຜ່ານພົ້ນໄປດ້ວຍດີ ແລະ ມີຊີວິດທີ່ດີຂຶ້ນກ່ວາເກົ່າ. ເພື່ອສະແດງຄວາມຮູ້ບຸນຄຸນອັນລົ້ນເຫຼືອຕໍ່ການຈັດຕັ້ງ, ນາຍ ແລະ ພົນທະຫານກອງພົນທີ1 ສະຫາຍ ຮ້ອຍໂທ ນາງ ບົວພອນ ບຸນພອນໄຊ ຕາງໜ້າໃຫ້ຄອບຄົວ ກໍ່ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ທຸກພາກສ່ວນ ທີ່ໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ ແລະ ຮ່ວມແຮງຮ່ວມໃຈປະກອບສ່ວນວັດຖຸປັດໄຈມາມອບໃຫ້ຄອບຄອບຄົວຂອງຕົນ, ພ້ອມໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາເງິນຈໍານວນດັ່ງກ່າວໄປແບ່ງເບົາ, ອຸ້ມຊູຊ່ວຍເຫຼືອຄອບຄົວ ໃຫ້ຫຼຸດພົ້ນອອກຈາກຫ່ວງກໍາທີ່ບໍ່ເພິ່ງປາຖາໜາແລ້ວກັບມາມີຊີວິດທີ່ດີໃນສັງຄົມອີກຄັ້ງໃໝ່. -ໂດຍ: ໂກຮັງ ພັນທະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ