ທະຫານແຂວງສະຫວັນນະເຂດ ຈັດຕັ້ງສອບເສັງວິຊາການທະຫານ ໃຫ້ພະນັກງານນຳພາ-ຄຸ້ມຄອງ (ເປົ້າໝາຍ 3) ຊຸດທີ I ປະຈຳປີ 2024
ເວລາອອກຂ່າວ: 2024-12-09 08:56:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 247 | ຄວາມນິຍົມ:
ທ້າຍເດືອນພະຈິກ 2024 ນີ້, ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດຕັ້ງສອບເສັງວິຊາການທະຫານ ໃຫ້ພະນັກງານນຳພາ-ຄຸ້ມຄອງ (ເປົ້າໝາຍ3) ຊຸດທີ I ປະຈຳປ ີ2024 ຂອງແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ທອງວັນ ບຸນດາວົງ ຮອງຫ້ອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ, ທັງເປັນຫົວໜ້າຄະນະນຳ
ພາກສະໜາມ, ມີສະຫາຍ ພັນເອກ ຄຳຜົງ ພັດທະນາ ຮອງຫົວໜ້າການເມືອງ, ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງສະຫວັນນະເຂດ, ມີຄະນະ
ພັກ-ຄະນະບັນຊາ ກອງບັນຊາການ ປກຊ-ປກສ ແຂວງ, ພະແນກການພາຍໃນແຂວງ, ຄະນະຄູ-ອາຈານ, ວິຊາການຈາກກົມການທະຫານທ້ອງຖິ່ນ ແລະ ສຳມະນາກອນ ຕະຫຼອດຮອດແຂກຖືກເຊີນ ເຂົ້າຮ່ວມ.
ການດຳເນີນສອບເສັງໃນຄັ້ງນີ້, ໄດ້ຜ່ານກົດລະບຽບ, ກົດກະຕິກາ ການສອບເສັງ ແລະ ທຳການສະແດງກ່ຽວກັບວິຊາການທະຫານ ເປັນຕົ້ນ: ວິຊາລະ
ບຽບຮູບແຖວ ຂອງກອງທັບ ແລະ ລະບຽບຮູບແຖວຂັ້ນກອງຮ້ອຍ, ຂັ້ນໝວດ-ໝູ່. ຜ່ານການສະແດງເຫັນວ່າ ສຳມະນາກອນແຕ່ລະສະຫາຍສາມາດກຳໄດ້ບັນດາທ່າ, ຈັງຫວະ ເຮັດໃຫ້ມີຄວາມເຂັ້ມແຂງ ແລະ ຄວາມຈົບງາມ. ຈາກນັ້ນ, ໃນພິທີ ຍັງໄດ້ສອບເສັງຍິງລູກປືນແທ້ ທ່າສະໜາມ 3 ຂັ້ນ ໄລຍະ 100 ແມັດ ແລະ ຍິງປືນສັ້ນໃສ່ເປົ້າ 50 ແມັດ ໂດຍແບ່ງເປັນໝູ່ ແລະ ແຂ່ງຂັນກິລາຍິງປືນອາຊຽນ ປະເພດປືນຍາວ ໄລຍະ 100 ແມັດ.
ຜ່ານການສອບເສັງ ແລະ ແຂ່ງຂັນ ສາມາດຕີລາຄາຜົນໄດ້ຮັບຄື: ວິຊາລະບຽບຮູບແຖວຂອງກອງທັບ ແລະ ວິຊາສີລະປະຍຸດ ບັນລຸໄດ້ 90%, ພາກ
ຍຸດທະວິທີ 90%, ສຳລັບປະເພດກິລາຍິງປືນອາຊຽນ ເກັ່ງມີ 3 ທີມ, ກາງ 5 ທີມ ນອກນັ້ນໄດ້ຕາມລະດັບຄາດໝາຍ.
ໂດຍ: ຄຳໃສ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ