ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ມັງກອນ 2025

  

ຮ້ານ​ຂາຍ​ຄຳ ທ່ານ ເບິບ ມອບ​ວັດຖຸ​ປັດ​ໄຈ ໃຫ້​ກອງ​ພົນ​ທີ 4
ເວລາອອກຂ່າວ: 2024-12-09 09:01:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 354 | ຄວາມນິຍົມ:



ໃນ​ວັນ​ທີ 3 ທັນວາ 2024 ນີ້, ທ່ານ ເບິບ ເຈົ້າ​ຂອງ​ຮ້ານ​ຂາຍ​ຄຳ ຕະຫຼາດ​ເຊ​ໂນ ເມືອງ​ອຸທຸມພອນ ແຂວງ​ສະຫວັນ​ນະ​ເຂດ ໄດ້​ມອບ​ວັດຖຸ​ປັດ​ໄຈ​ເງິນສົດ ຈຳນວນ 5.000.000 ກີບ ໃຫ້​ກອງ​ພົນ​ທີ 4 ເພື່ອ​ປະກອບສ່ວນ​ຊຸກຍູ້​ອຸປະຖຳ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VII ຂອງ​ອົງຄະ​ນະ​ພັກ ກອງ​ພົນ​ທີ 4 ທີ່​ຈະ​ໄຂ​ຂຶ້ນ​ໃນ​ມໍ່ໆ ​ນີ້, ໂດຍ​ການ​ກ່າວ​ຮັບ​ຂອງ​ສະຫາຍ ພັນ​ໂທ ບຸນ​ທັນ ວໍລະ​ຈັກ ຮອງ​ຫົວໜ້າ​ຫ້ອງການ​ບໍລິຫານ ກອງ​ພົນ​ທີ 4 ພ້ອມ​ດ້ວຍ​ຄະນະ. ສະຫາຍ ພັນ​ໂທ ບຸນ​ທັນ ວໍລະຈັກ ໄດ້​ຕາງໜ້າ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ພົນ ​ສະແດງ​ຄວາມ​ຂອບໃຈ​ມາ​ຍັງ ທ່ານ ເບິບ ເຈົ້າ​ຂອງ​ຮ້ານ​ຂາຍ​ຄຳ​ຕະຫຼາດ​ເຊ​ໂນ ທີ່​ເຫັນ​ໄດ້​ຄວາມ​ໝາຍ​ສຳຄັນ​ຂອງ​ການ​ດຳເນີນກອງ​ປະຊຸມ​ໃຫຍ່​ ຂອງອົງຄະ​ນະ​ພັກ​ ກອງ​ພົນທີ 4 ແລະ ໃຫ້ການ​ອຸປະຖຳ​ໃນ​ຄັ້ງ​ນີ້ ພ້ອມ​ທັງ​ ກ່າວ​ວ່າ​ຈະ​ນຳ​ເອົາ​ເງິນ​ຈຳນວນ​ດັ່ງກ່າວ ໄປ​ນຳ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ກະກຽມ​ກອງ​ປະຊຸມ ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ