ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ມັງກອນ 2025

  

ກອງ​ບັນຊາ​ການທະຫານ​ເມືອງ​ຊົນ​ນະ​ບູ​ລີ ແຮກສ່ຽວ​ກັບ​ອຳນາດ​ການ​ປົກຄອງ 3 ບ້ານ​ອ້ອມ​ຂ້າງ
ເວລາອອກຂ່າວ: 2024-12-09 09:02:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 398 | ຄວາມນິຍົມ:



ໃນ​ວັນ​ທີ 29 ພະຈິກ 2024 ນີ້, ກອງ​ບັນຊາ​ການ​ທະຫານ​ແມ​​ືອງ ​ຊົນ​ນະ​ບູ​ລີ ແຂວງ​ສະຫວັນ​ນະ​ເຂດ ໄດ້​ແຮກສ່ຽວ​ກັບ​ອຳນາດ​ການ​ປົກຄອງ 3 ບ້ານ​ອ້ອມ​ຂ້າງ​ຄື: ບ້ານ ໂນນ​ຄູ້, ບ້ານໄຊ​ວົງ​ທິ​ລາດ ແລະ ບ້ານ ໜອງ​ບົວຫຼວງ ໂດຍ​ມີ ສະຫາຍ ພັນ​ໂທ ແຫຼວ​ຄຳ ໄຊ​ຍະ​ສົມບັດ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ສະຫວັນ​ນະ​ເຂດ, ຜູ້​ຊີ້​ນຳ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ການເມືອງ, ມີ ສະຫາຍ ຄຳ​ໃສ ບຸບຜາ​ພັນ ຮອງ​ເຈົ້າເມືອງ ເມືອງ ​ຊົນ​ນະ​ບູ​ລີ, ມີ​ຄະນະ​ພັກ-ຄະນະ​ບັນຊາ​ກອງ​ບັນຊາ​ການ ປກຊ- ປກສ ​ເມືອງ, ພະແນກການ​ທີ່​ກ່ຽວຂ້ອງ, ແຂກ​ຖືກ​ເຊີນຕະ ຫຼອດ​ຮອດ​ອຳນາດ​ການ​ປົກ ຄອງ​ທັງ 3 ບ້ານ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ລຳ​ພັນ ເລື່ອນ​ແສງ​ດີ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ເມືອງ​ຊົນ​ນະ​ບູ​ລີ ໄດ້​ຜ່ານ​ຂໍ້​ຕົກລົງ ກະຊວງ​ປ້ອງ​ກັນ​ປະເທດ ວ່າດ້ວຍ​ ການ​ກໍ່ສ້າງ​ຮາກ​ຖານ​ຕາມມູນ ເຊື້ອ ແລະ ແຮກສ່ຽວ ລະຫວ່າງ ກອງທັບກັບອຳນາດ​ການ​ປົກ ຄອງ​ທ້ອງຖິ່ນ ຕາມ​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ. ຈາກ​ນັ້ນ, ຕາງໜ້າ​ຄະນະ​ພັກ-ຄະນະບັນ ຊາ​ກອງ​ບັນຊາ​ການ​ທະຫານ ​ເມືອງ ແລະ ສະຫາຍ ເລຂາ​ພັກທັງ 3 ບ້ານໄດ້​ລາຍງານຈຸດ​ພິເສດ​ທີ່​ຕັ້ງ​ຂອງ​ກົມ​ກອງ ແລະ ບ້ານ ໂດຍ​ຫຍໍ້ ພ້ອມ​ທັງ​ສະຫຼຸບ​ໄລຍະ​ການ​ສ້າງ​ບ້ານ​ແຮກສ່ຽວ ໃນ​ໄລຍະ​ຜ່ານ​ມາ ​ຕໍ່​ຂົງເຂດ​ວຽກ​ ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ທັງ 3 ບ້ານ ​ມີ​ຄວາມ​ສະຫງົບ​ດີ ຍ້ອນ​ອຳນາດ​ການ​ປົກຄອງ​ຂັ້ນ​ເມືອງ, ກຸ່ມ​ບ້ານ ໄດ້​ເອົາໃຈໃສ່​ນຳພາ-ຊີ້​ນຳສຶກ​ອົບຮົມ​ວຽກ​ງານ​ເມືອງ-ນຳພາ​ແນວ​ຄິດໃຫ້ປະຊາຊົນ​​ເຊື່ອມ​ຊຶມກຳແໜ້ນແນວທາງ​ນະໂຍບາຍ​ຂອງ​ພັກ, ປະຕິບັດ​ກົດໝາຍ​ຂອງ​ລັດ. ດ້ານ​ວຽກ​ງານ​ການ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່ຖື​ເອົາ​ການ​ປູກຝັງ ແລະ ລ້ຽງ ສັດ ເປັນ​ອາຊີບ​ຕົ້ນຕໍ ແລະ ບໍລິການ​ຂາຍເຄື່ອງ​ຍອຍໜູນ​ໜິບ​ການ​ພັດທະນາ​ເສດຖະກິດ​ຂອງ​ບ້ານ​ໄດ້​ດີ​ຂຶ້ນ. ຈາກ​ນັ້ນ, ຍັງ​ໄດ້​ຜ່ານ​ຂໍ້​ລົງ​ຕົກ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສະຫວັນ​ນະ​ເຂດ ວ່າ​ດ້ວຍ​ການ​ຮັບຮອງເອົາ​ບ້ານ​ແຮກສ່ຽວລະຫວ່າງ ກອງ​ບັນຊາ​ການທະຫານເມືອງ​ ຊົນ​ນະ​ບູ​ລີ ກັບບ້ານ​ໂນນຄູ້, ບ້ານໄຊ​ວົງ​ທິ​ລາດ ແລະ ບ້ານ ໜອງ​ບົວຫຼວງ ເມືອງ​ຊົນ​ນະ​ບູ​ລີ ພ້ອມ​ທັງ​ເຊັນ​ບົດ​ບັນທຶກ ​ຕື່ມ​ອີກ. ໂດຍ: ຄຳ​ໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ