ຫ້ອງພະລາທິການທະຫານແຂວງຫຼວງພະບາງ ປິດການອົບຮົມ-ຫັດແອບ ປະຈຳປີ 2024
ເວລາອອກຂ່າວ: 2024-12-10 09:22:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 559 | ຄວາມນິຍົມ:
ພິທີປິດຊຸດອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ-ເຕັກນິກ ປະຈຳປີ 2024 ຂອງຫ້ອງພະລາທິການທະຫານ ແຂວງຫຼວງພະບາງ ໄດ້ຈັດຂຶ້ນ ໃນວັນທີ 6 ທັນວາ 2024 ນີ້, ໂດຍການເປັນປະທານຂອງສະຫາຍ ພັນເອກ ທອງລາ ໄຊຍະວົງສັກ ຫົວໜ້າຫ້ອງພະລາທິການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ການຈັດຕັ້ງອົບຮົມ-ຫັດແອບຄັ້ງນີ້, ແມ່ນເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄະນະພັກກອງບັນຊາການທະຫານແຂວງຫຼວງພະບາງ ວ່າດ້ວຍ ການກໍ່ສ້າງ ແລະ ປັບປຸງກຳລັງປ້ອງກັນຊາດການທະຫານທົ່ວແຂວງ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ເຂັ້ມແຂງໜັກແໜ້ນ ແລະ ຮັບປະກັນກຽມ
ພ້ອມເຮັດສຳເລັດໜ້າທີ່ ໃນພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່, ຜ່ານການອົບຮົມສາມາດຕີລາຄາຜົນໄດ້ຮັບຄື: ພາກການເມືອງບັນລຸໄດ້ 95%, ພາກການທະຫານກວມເອົາ 85%, ພາກສິນລະປະຍຸດເທົ່າກັບ 85% ແລະ ພາກພະລາທິການກວມເອົາ 90%.
ຈາກນັ້ນພິທີຍັງໄດ້ມອບຂອງຂວັນຍ້ອງຍໍຊົມເຊີຍພະນັກງານຄູອາຈານ ແລະ ພະນັກງານ-ນັກຮົບ ຜູ້ທີ່ມີຜົນງານດີເດັ່ນໃນການອົບຮົມຫັດແອບ ຈຳນວນ 12 ສະຫາຍ ຢ່າງສົມກຽດ.
ຂ່າວ: ສົມພອນ ສຸວັນທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ