ຫ້ອງວ່າການກະຊວງປ້ອງກັນປະເທດ ປະກາດການອະນຸມັດ ໃຫ້ນາຍທະຫານ ພັກການຮັບບຳນານ
ເວລາອອກຂ່າວ: 2024-12-10 09:27:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 661 | ຄວາມນິຍົມ:
ທ້າຍເດືອນ ພະຈິກ 2024 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ປະກາດການອະນຸມັດໃຫ້ນາຍທະຫານ ຢູ່ກອງຮັບແຂກເລກ 2 ແລະ ບໍລິສັດກໍ່ ສ້າງຂົວ-ທາງຄົບວົງຈອນພັກການຮັບບຳນານ ແລະ ປະກາດການແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸດສະດີ ອິນທະລັງສີ ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາແຂກທີ່ເຊີນພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂດຍອີງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ວ່າດ້ວຍ ການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານຕາມທິດທາງປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນ, ຮອບ ດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະ
ນາປະເທດຊາດ, ກະຊວງປ້ອງກັນປະເທດ ຕົກລົງ ໃຫ້ ສະຫາຍ ພັນເອກ ຄຳນິດ ທຸມມະວົງສາ ຫົວໜ້າອຳນວຍການບໍລິສັດ ກໍ່ສ້າງຂົວ-ທາງ ຄົບວົງຈອນ ແລະ ສະຫາຍ ພັນໂທ ບຸນເພັງ ສຸດາວັນ ຫົວໜ້າກອງຮັບແຂກ ເລກ 2 ຜູ້
ເກົ່າພັກການຮັບບຳນານ. ພ້ອມກັນນີ້, ກໍໄດ້ປະກາດການແຕ່ງຕັ້ງ ສະຫາຍ ພັນໂທ ສຸກທິສັກ ທອງຄຳມີ ເປັນຫົວໜ້າອຳນວຍການ ບໍລິສັດກໍ່ສ້າງຂົວ-ທາງ ຄົບວົງຈອນ ຜູ້ໃໝ່, ແຕ່ງຕັ້ງ ສະຫາຍ ພັນໂທ ນາງ ບົວຄຳ ນໍລະສິງຫາ ເປັນຫົວໜ້າກອງຮັບແຂກ ເລກ 2 ແລະ ສະຫາຍ ພັນຕີ ທອງສີ ຈິນດາວົງ ເປັນຮອງຫົວໜ້າກອງຮັບແຂກ ເລກ 2.
ໂດຍ: ໂຕ່ລີ່ ອຸດທາທົງລິດ
ພາບ: ຄຳພູວັນ ວິລາວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ