ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ມັງກອນ 2025

  

ກອງຮ້ອຍ​ຊ່າງ​ແສງ ກອງພັນ​ໃຫຍ່ 302 ຈັດ​ຕັ້ງ​ຍິງ​ລູກປືນ​ແທ້
ເວລາອອກຂ່າວ: 2024-12-10 09:29:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 653 | ຄວາມນິຍົມ:



ສະຫາຍ ຮ້ອຍ​ຕີ ສິນ ໄຊ​ຍະ​ລາດ ຮອງ​ຫົວໜ້າ​ການ​ທະຫານ​ກອງຮ້ອຍ​ຊ່າງ​ແສງ ກອງພັນ​ໃຫຍ່ 302 ກອງ​ພົນ​ທີ 3 ໃຫ້​ຮູ້​ວ່າ: ການ​ອົບຮົມ-ຫັດ​ແອບ ແລະ ຈັດ​ຕັ້ງ​ຍິງ​ລູກປືນ​ແທ້ ປະຈຳ​ປີ 2024 ໃນ​ຄັ້ງ​ນີ້​ ໂດຍ​ປະຕິບັດ​ຕາມ​ຫຼັກສູດ ແລະ ແຜນການ​ອົບຮົມ-ຫັດ​ແອບ ການ​ທະຫານ ເພື່ອ​ປັບປຸງ​ລະບຽບ​ແບບແຜນ, ເຝິກຝົນ​ກຳລັງ​ແຮງ​ກາຍຂອງ​ພະ​ແນກ​ອົບຮົມ ກອງ​ພົນ​ທີ 3 ກໍ​ຄື ຂະແໜງ​ອົບຮົມ​ ກອງພັນ​ໃຫຍ່ 302 ວາງ​ອອກ ເພື່ອ​ຍົກ​ລະດັບ​ຄວາມ​ຮູ້-ຄວາມ​ສາມາດທາງ​ດ້ານ​ສິລະປະ​ຍຸດ-ຍຸດທະວິທີຂັ້ນ​ພື້ນຖານ ​ເຮັດ​ໃຫ້​ພະນັກງານ-ນັກຮົບໃນ​ກົມ​ກອງ ​ມີ​ຄວາມ​ຊຳນິ​ຊຳນານ, ຄ່ອງ​ແຄ້ວ ທັງ​ເປັນ​ການ​ສະຫຼຸບ​ຕີ​ລາຄາ​ຄືນ​ທາງ​ດ້ານ​ທິດ​ສະ​ດີ, ຫຼັກການທີ່ໄດ້​ຮຽນ​ໃນ​ໄລຍະ​ຜ່ານ​ມາ ໃນ​ການ​ກຳ​ໄດ້​ ເນື້ອ​ໃນ​ບົດຮຽນ, ການ​ນຳ​ໃຊ້​ອາ ວຸດ ແລະ ຍຸດ​ໂທ​ປະກອນ ເພື່ອ​ຮັບປະກັນ​ໃຫ້​ແກ່​ວຽກ​ງານ​ກຽມ ພ້ອມ​ການ​ສູ້​ຮົບ ແລະ ສູ້​ຮົບ​ມີ​ໄຊ. ໃນ​ນີ້, ໝູ່​ຊ່າງ​ແສງໄດ້​ຍິງ​ໝາກ​ຝ່າ, ໝາກ​ຝ່າບິນ, ທຳລາຍ​ລະເບີດ, ທຳລາຍ​ສິ່ງ​ກິດ​ຂວາງ (ຕົ້ນໄມ້-ໂງ່ນຫີນ) ເພື່ອ​ເປີດ​​ໄຂທາງ ແລະ ອື່ນໆ ພ້ອມ​ນັ້ນ, ຍັງ​ໄດ້​ຈັດ​ຕັ້ງ​ຍິງ​ປືນ​ອາ​ກາ​ແອັມ (AKM) ບົດ​ອາ​ຊຽນ ຈັດ​ຕັ້ງ​ຍິງ​ເປັນ​ທີມ, ຍິງ​ທຳລາຍ​ເບ້ຍ 10 ເປົ້າ​ໝາຍ. ໃນ​ນີ້, ມີ​ນັກ​ຍິງ​ທັງ​ໝົດ 27 ສະຫາຍ, ຜ່ານ​ການຈັດຕັ້ງ​ປະຕິບັດ​ຍິງ​ລູກປືນ​ແທ້ ເຫັນ​ວ່າ​ ພະນັກງານ-ນັກຮົບ ກຳ​ແໜ້ນ​ບົດຮຽນ ແລະ ຮູ້​ໝູນ​ໃຊ້​ທິດ​ສະ​ດີ, ຫຼັກການ​ໃນ​ພາກ​ປະຕິບັດ​ຕົວ​ຈິງ. ຜ່ານ​ການຈັດຕັ້ງ​ຍິງ​ລູກປືນ​ແທ້ ປະເພດ​ປືນ​ອາ​ກາ​ແອັມ (AKM) ຜົນ​ໄດ້​ຮັບ​ຂັ້ນ​ເກັ່ງ​ມີ 21 ສະຫາຍ, ຂັ້ນ​ກາງ 5 ສະຫາຍ, ຄາດໝາຍ 1 ສະຫາຍ ແລະ ຮັບປະກັນ​ຄວາມ​ປອດ​ໄພ​ໄດ້ 100%. ເຊິ່ງການຈັດຕັ້ງຍິງ​ ລູກປືນ​ແທ້​ ໃນ​ຄັ້ງ​ນີ້ ໄດ້​ຈັດ​ຂຶ້ນ​ ໃນ​ທ້າຍ​ເດືອນພະຈິກຜ່ານມານີ້, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ໂທ ສີວອນ ລາ​ສັກ​ທີ ຮອງ​ຫົວໜ້າ​ພະ​ແນກ​ເສນາ​ທິ​ການ ກອງພັນ​ໃຫຍ່ 302 ກອງ​ພົນ​ທີ 3 . ໂດຍ: ພອນ​ແກ້ວ ວິໄລ​ສັກ ພາບ: ໄຊ​ຄຳ ສຸ​ຍະ​ອິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ