ຂອບໃຈສອງພາກສ່ວນ ທີ່ໃຫ້ການຊຸກຍູ້ກອງພັນໃຫຍ່ 497
ເວລາອອກຂ່າວ: 2024-12-10 09:31:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1800 | ຄວາມນິຍົມ:
ວັນທີ 4 ທັນວາ 2024 ນີ້, ໂຮງສີເຂົ້າ ທ່ານ ນາງ ຈັນສະໝອນ ຈັນດາລາ ບ້ານໄຮຢ່ອນ ແລະ ໂຮງສີເຂົ້າ ທ່ານ ຄຳໝັ້ນ ເມືອງຫານ ບ້ານຕານປ່ຽວ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ນຳເອົາຄອມພິວເຕີຕັ້ງໂຕະ 1 ຊຸດ ແລະ ປິນເຕີ 1 ຊຸດ ລວມມູນຄ່າ 12.600.000 ກີບ ມາມອບໃຫ້ຂະແໜງອຸປະໂພກ-ບໍລິໂພກ ກອງພັນໃຫຍ່ 497, ກ່າວຮັບ ໂດຍສະຫາຍ ພັນໂທ ອຳທອງ ພາຍຸຝົນ ຫົວໜ້າພະແນກພະລາທິການ ກອງພັນໃຫຍ່ 497 ພ້ອມດ້ວຍຄະນະ.
ສະຫາຍ ພັນໂທ ອຳທອງ ພາຍຸຝົນ ໄດ້ກ່າວສະແດງຄວາມ ຂອບໃຈຕໍ່ທັງສອງພາກສ່ວນທີ່ ເຫັນໄດ້ຄວາມຈຳເປັນຂອງກົມ ກອງ ທີ່ຂາດອຸປະກອນຮັບໃຊ້ວຽກງານຫ້ອງການ ເປັນຕົ້ນແມ່ນຄອມພິວເຕີເພື່ອມາປະກອບໃຫ້ຂະແໜງວິຊາສະເພາະ ພ້ອມທັງ, ຈະນຳເອົາອຸປະກອນດັ່ງ ກ່າວໄປໝູນໃຊ້ເຂົ້າໃນວຽກງານລວມຂອງກົມກອງໃຫ້ເກີດ ປະໂຫຍດສູງ ພ້ອມນີ້, ຍັງໄດ້ ມອບໃບກຽດຕິຄຸນໃຫ້ສອງພາກ ສ່ວນອີກດ້ວຍ.
ໂດຍ: ເປິ້ນ ແສງຄຳມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ