ກອງພັນທີ 9 ກັບ 4 ບ້ານ ທີ່ຂຶ້ນກັບ ເມືອງອຸທຸມພອນ ແຮກສ່ຽວຮ່ວມກັນ
ເວລາອອກຂ່າວ: 2024-12-10 09:33:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1831 | ຄວາມນິຍົມ:
ພິທີແຮກສ່ຽວລະຫວ່າງ ກອງພັນທີ 9 ທີ່ຂຶ້ນກັບ ກອງພົນທີ 4 ກັບ 4 ບ້ານ ຄື: ບ້ານໂພນເດືອ, ບ້ານໂນນປ່າໄລ່, ບ້ານນາ ຄູ ແລະ ບ້ານປ່າໜາມທີ່ຂຶ້ນກັບເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນບໍ່ດົນຜ່ານມາ, ໂດຍມີສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງ ກອງພົນທີ 4, ທ່ານ ໂພຄຳ ແວວມະນີ ຮອງເຈົ້າເມືອງ ເມືອງອຸທຸມພອນ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ມີຄະນະພັກ-ຄະນະບັນຊາບັນດາອົງການ, ກົມກອງທົ່ວກອງພົນ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ບຸນມີ ສີຍາລາດ ຕາງ ໜ້າໃຫ້ 4 ບ້ານດັ່ງກ່່າວ ໄດ້ຍົກ ໃຫ້ເຫັນຈຸດພິເສດຂອງບ້ານ, ແຕ່ລະບ້ານມີລະບົບໂຄງຮ່າງການຈັດຕັ້ງ, ມີອຳນາດການປົກຄອງຂັ້ນບ້ານ, ມີກຳລັງ ປກຊ-ປກສ, ມີແນວໂຮມບ້ານ ແລະ ມີອົງການຈັດຕັ້ງມະຫາຊົນ ຄົບຖ້ວນ, ມີຫ້ອງການບ້ານ, ມີລະບົບເສັ້ນທາງສາມາດສັນຈອນໄປມາສະດວກສະບາຍ, ພໍ່ແມ່ປະຊາຊົນສ່ວນຫຼາຍແມ່ນນັບຖືສາສະໜາພຸດ, ອາຊີບຕົ້ນຕໍແມ່ນເຮັດນາ, ເຮັດສວນ ແລະ ຄ້າ ຂາຍ, ພໍ່ແມ່ປະຊາຊົນທັງ 4 ບ້ານ ມີຊີວິດການເປັນຢູ່ນັບມື້ດີຂຶ້ນເລື້ອຍໆ ພ້ອມດຽວກັນ, ສະຫາຍ ພັນໂທ ບຸນຮັງ ເຄນອະນຸສອນ ຫົວໜ້າການເມືອງ ກອງພັນທີ 9 ໄດ້ຍົກໃຫ້ເຫັນສະພາບຈຸດພິເສດ, ການກໍ່ສ້າງເຕີບໃຫຍ່ຂະຫຍາຍຕົວ, ຜົນງານ ແລະ ໄຊ ຊະນະທີ່ກົມກອງຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ຍົກໃຫ້ເຫັນພາລະບົດບາດຂອງກົມກອງ ລວມທັງການເຄື່ອນໄຫວວຽກງານດ້ານຕ່າງໆ ທີ່ປິ່ນອ້ອມໜ້າທີ່ການເມືອງຂອງກົມກອງ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ.
ຈາກນັ້ນ, ສະຫາຍ ພັນເອກ ຈັນແດງ ຂຸນຍຸລາດ ຫົວໜ້າຫ້ອງການເມືອງ ກອງພົນທີ 4 ໄດ້ຜ່ານຂໍ້ຕົກລົງຂອງກອງພົນທີ 4 ວ່າດ້ວຍໃຫ້ກອງພັນທີ 9 ແຮກສ່ຽວກັບ 4 ບ້ານ ທີ່ຂຶ້ນກັບ ເມືອງອຸ ທຸມພອນ ແຂວງສະຫວັນນະເຂດ, ທ່ານ ບຸນມີ ສີຍາລາດ ຕາງໜ້າໃຫ້ 4 ບ້ານ ໄດ້ຜ່ານບົດບັນທຶກຊ່ວຍຈຳ ແລະ ບົດສັນຍາແຮກ ສ່ຽວ ພ້ອມນີ້, ຕາງໜ້າໃຫ້ກອງ ພັນທີ 9 ແລະ ບ້ານໂພນເດື່ອ, ບ້ານໂນນປ່າໄລ່, ບ້ານນາຄູ, ບ້ານປ່າໜາມ ກໍໄດ້ລົງນາມເຊັນບົດບັນທຶກຊ່ວຍຈຳ ເຊິ່ງກັນ ແລະ ກັນ. ໂອກາດນີ້, ຍັງໄດ້ຮັບຊົມການສະແດງສິລະປະສະໝັກຫຼິ້ນຂອງກອງພັນທີ 9, ນ້ອງນ້ອຍນັກຮຽນ ໂຮງຮຽນປະຖົມສົມບູນທັງ 4 ບ້ານ ແລະ ນ້ອງນ້ອຍນັກຮຽນຈາກໂຮງຮຽນມັດ ທະຍົມສົມບູນ ໂພນເດື່ອ ຕື່ມອີກ.
ຂ່າວ: ໂພຄຳ ພອນປະເສິດ
ພາບ: ບົວຄຳ ທອງລັດສະໜີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ