ກອງພັນ 413 ກັບ ບ້ານໄຊສະຫວາດ ສາມັກຄີກັນ ສ້າງຂົວໄມ້ຂ້າມແມ່ນໍ້າຮຸ່ງ
ເວລາອອກຂ່າວ: 2024-12-11 09:08:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2369 | ຄວາມນິຍົມ:
ເພື່ອເປັນການສ້າງຜົນງານ, ສ້າງຂະບວນການຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນ ຂອງຊາດຂອງພັກ ເວົ້າລວມ, ເວົ້າສະເພາະ ແມ່ນວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ, ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ແລະ ວັນສ້າງຕັ້ງກອງທັບປະ ຊາຊົນລາວ ຄົບຮອບ 76 ປີ, ໃນບໍ່ດົນຜ່ານມານີ້, ຄະນະພັກ- ຄະນະບັນຊາກອງພັນ 413 ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ເຕົ້າໂຮມເອົາພະນັກງານ-ນັກຮົບ ພາຍໃນກົມກອງ ແລະ ພະນັກງານ-ນັກຮົບໂຮງຮຽນ ການທະຫານທ້ອງຖິ່ນ ແຂວງໄຊ ຍະບູລີ ຮ່ວມກັບປະຊາຊົນບ້ານ ໄຊສະຫວາດ ເມືອງໄຊຍະບູລີ ແຂວງໄຊຍະບູລີ ສາມັກຄີກັນ ສ້າງຂົວໄມ້ຂ້າມນໍ້າຮຸ່ງ ໃນຊ່ວງ ລະດູແລ້ງ, ຂະໜາດກວ້າງ 1,50 ແມັດ ແລະ ຍາວ 60 ແມັດ, ໂດຍການນຳພາຂອງ ສະຫາຍ ພັນຕີ ສີພອນ ສີມີໄຊ ຮອງຫົວ ໜ້າການເມືອງ ກອງພັນ 413 ແລະ ທ່ານ ເຈາະ ຂັນທອງ ນາຍບ້ານ ບ້ານໄຊສະຫວາດ.
ການສ້າງຂົວດັ່ງກ່າວກໍ ເພື່ອອໍານວຍຄວາມສະດວກໃຫ້ ແກ່ການພົວພັນໄປມາຫາສູ່ລະ ຫວ່າງ ກອງພັນ 413 ກັບ ບ້ານ ໄຊສະຫວາດ ໃຫ້ສະດວກສະ ບາຍຍິ່ງຂຶ້ນ, ທັງເປັນການເສີມ ຂະຫຍາຍມູນເຊື້ອຄວາມສາມັກ ຄີລະຫວ່າງ ກອງທັບກັບປະຊາ ຊົນຄືປາກັບນໍ້າ ໂດຍສະເພາະ ແມ່ນຮັດແໜ້ນຄວາມສາມັກຄີ ລະຫວ່າງ ບ້ານໄຊສະຫວາດ ກັບ ກອງພັນ 413 ກໍຄື ກົມ ກອງທະຫານກັບປະຊາຊົນ ບ້ານ ອ້ອມຂ້າງໃຫ້ນັບມື້ແໜ້ນແຟ້ນ ຍິ່ງຂຶ້ນ.
ຂ່າວ: ຄຳຊາຍ ກວ່າງຄຸນສີ
ພາບ: ຄຳໂສ ວໍລະຈັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ