ບໍລິສັດແຮ່ທາດ ແລະ ຫຼອມໂລຫະວຽງຈັນ ຈຳກັດຜູ້ດຽວ ມອບອຸປະກອນກິລາ ໃຫ້ກອງພັນໃຫຍ່ 101
ເວລາອອກຂ່າວ: 2024-12-11 09:11:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 2614 | ຄວາມນິຍົມ:
ໃນວັນທີ 2 ທັນວາ 2024 ນີ້, ບໍລິສັດແຮ່ທາດ ແລະ ຫຼອມໂລຫະວຽງຈັນ ຈຳກັດຜູ້ດຽວ (ໂກເອໂກ) ທີ່ຂຶ້ນກັບກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ໄດ້ມອບອຸປະກອນກິລາໃຫ້ກອງພັນໃຫຍ່ 101 ກອງພົນທີ 1, ກ່າວມອບໂດຍ ສະຫາຍ ໂຮ່ສີແມັງ ປະທານ ບໍລິສັດແຮ່ທາດ ແລະ ຫຼອມໂລຫະວຽງຈັນ ຈຳກັດຜູ້ດຽວ, ກ່າວຮັບໂດຍ ສະຫາຍ ພັນເອກ ໄມພອນ
ພິພັກ ຫົວໜ້າການເມືອງ ກອງ ພັນໃຫຍ່ 101 ພ້ອມດ້ວຍຄະນະ.
ທ່ານ ໂຮ່ສີແມັງ ໄດ້ກ່າວວ່າ: ການມອບເຄື່ອງອຸປະກອນກິລາ ໃນຄັ້ງນີ້, ກໍເພື່ອປະກອບສ່ວນຊຸກຍູ້ຂະບວນການກິລາ ຢູ່ກອງ ພັນໃຫຍ່ 101 ເນື່ອງໃນໂອກາດສ້າງຂະບວນການຂໍ່ານັບຮັບຕ້ອນ ວັນຊາດທີ 2 ທັນວາ ຄົບ ຮອບ 49 ປີ ແລະ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງ ຄະນະພັກກອງພົນທີ 1 ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃຫ້ມີບັນຍາກາດຟົດຟື້ນ ທັງເປັນການຮັດແໜ້ນຄວາມສາມັກຄີເຊິ່ງກັນ ແລະ ກັນ ລະຫວ່າງສອງຝ່າຍ ໃຫ້ແໜ້ນແຟ້ນເລິກເຊິ່ງ. ເຄື່ອງທີ່ນຳມາມອບ ລວມມີ ເຄື່ອງນຸ່ງສຳລັບນັກກິລາ ຈຳນວນ 30 ຊຸດ, ບານເຕະ 2 ໜ່ວຍ, ບານສົ່ງ 1 ໜ່ວຍ, ກະຕໍ້ 2 ໜ່ວຍ ແລະ ຕານ່າງບານສົ່ງ 1 ອັນ ລວມມູນຄ່າທັງໝົດ 10 ລ້ານກີບ.
ໂອກາດນີ້, ສະຫາຍ ພັນເອກ ໄມພອນ ພິພັກ ໄດ້ສະແດງຄວາມຂອບໃຈມາຍັງ ບໍລິສັດ ແຮ່ທາດ ແລະ ຫຼອມໂລຫະວຽງຈັນ ຈຳກັດຜູ້ດຽວ ທີ່ໄດ້ນຳເອົາອຸປະກອນກິລາມາມອບໃຫ້ໃນຄັ້ງນີ້ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳໃຊ້ເຄື່ອງດັ່ງກ່າວເຂົ້າໃນຂະບວນການກິລາໃຫ້ຟົດຟື້ນແຂງແຮງ. ຈາກນັ້ນ, ກໍໄດ້ມອບໃບສົມມະນາບຸນຄຸນ ໃຫ້ບໍລິສັດ ແຮ່ທາດ ແລະ ຫຼອມໂລຫະວຽງຈັນ ຈຳກັດຜູ້ດຽວ ອີກດ້ວຍ.
ໂດຍ: ສິນໄຊ ເພັດລັດຕະນະ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ