
ກອງບັນຊາການທະຫານແຂວງວຽງຈັນ ສຸມໃສ່ວຽກງານ ດ້ານຕ່າງໆ ປິ່ນອ້ອມໜ້າທີ່ການເມືອງຂອງກົມກອງ
ເວລາອອກຂ່າວ: 2025-01-16 09:21:18 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 766 | ຄວາມນິຍົມ:
ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ກຳມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາກົມກອງແມ່ນສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນໄດ້ເຮັດໃຫ້ສະພາບຂອບເຂດໃນທົ່ວແຂວງວຽງຈັນ ມີຄວາມສະ
ຫງົບ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ ຕິດພັນກັນການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບເປັນປົກກະຕິ, ຊີ້ນຳບັນດາກົມກອງ ສືບຕໍ່ຫັນເອົາພະນັກງານລົງກໍ່ສ້າງຮາກຖານ ສົມທົບກັບອຳນາດການປົກຄອງທ້ອງຖິ່ນຢູ່ເຂດກົມກອງຕັ້ງທັບ, ຈຸດຫຼໍ່ແຫຼມຕ່າງໆ ແລະ ຊາຍແດນ ຕິດພັນກັບການກໍ່ສ້າງທ່າສະໜາມປະ ຊາຊົນ 3 ຂັ້ນ ເຮັດໃຫ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບຢູ່ທ້ອງຖິ່ນຮາກຖານ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ເຄື່ອນໄຫວຊຸກຍູ້ອຳນາດການປົກຄອງບ້ານ, ເມືອງນຳພາ-ຊີ້ນຳການສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ບ້ານແຮກສ່ຽວ, ບ້ານປ້ອມໝັ້ນ ແລະ ບ້ານສູ້ຮົບຕິດລຽນໄດ້ຢ່າງຕໍ່ເນື່ືອງ ພ້ອມທັງຮັບຮອງເອົາຫຼາຍບ້ານໃນທົ່ວແຂວງ ເປັນບ້ານປ້ອງກັນຊາດເຂັ້ມແຂງ.
ວຽກງານການຈັດຕັ້ງອົບຮົບ- ຫັດແອບ ໄດ້ຊີ້ນຳກຳລັງກອງ ຫຼອນໄດ້ 14 ກອງຮ້ອຍ, ອົບຮົມ ວິຊາສຶກສາປ້ອງກັນຊາດໃຫ້ ໂຮງຮຽນວິຊາຊີບ 3 ແຫ່ງ, ມັດ ທະຍົມສຶກສາສົມບູນ 21 ແຫ່ງ ພ້ອມກັນນັ້ນ, ກໍໄດ້ຊີ້ນຳບັນດາ ກົມກອງ, ຕິດຕາມ, ກຳແໜ້ນສະ ພາບຮອບດ້ານ, ຈັດຕັ້ງລະບົບ ປະຈຳການ 3 ຂັ້ນຢ່າງເປັນປົກກະຕິ. ນອກນັ້ນ, ຍັງໄດ້ປະກອບ ສ່ວນສຳຄັນເຂົ້າໃນການປ້ອງກັນການນຳພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45, ປ້ອງກັນການຊ້ອມຮົບ ລາວ-ຈີນ ໂລ້ກຳບັງ, ການເຝິກຊ້ອມຂະບວນລົດໄຟສັນຕິພາບ ລາວ-ຈີນ, ການສະ ເຫຼີມສະຫຼອງບັນດາວັນປະຫວັດສາດທີ່ສຳຄັນຂອງຊາດ, ຂອງ ພັກ, ຂອງກອງທັບ, ສຳນັກງານ ອົງການ, ເສັ້ນທາງລົດໄຟ ລາວ- ຈີນ, ເສັ້ນທາງ 13 ເໜືອ ແລະ ທິດຊາຍແດນ ລາວ-ໄທ ໃຫ້ມີຄວາມປອດໄພໂດຍພື້ນຖານ. ໄປຄຽງຄູ່ກັນນັ້ນ, ໄດ້ເອົາໃຈໃສ່ຕໍ່ການ ປັບປຸງກໍ່ສ້າງພັກ-ພະນັກງານໄດ້ຢ່າງຕໍ່ເນື່ອງ, ຜ່ານມາໄດ້ຮັບ ຮອງຈາກຄະນະປະຈຳພັກແຂວງວຽງຈັນ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຈຳນວນ 43 ໜ່ວຍພັກ, ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກສົມບູນ 76 ສະຫາຍ, ຍິງ 7 ສະຫາຍ, ຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ 90 ສະ ຫາຍ ແລະ ວຽກງານການກໍ່ສ້າງພະນັກງານຕາມແຜນກຳນົດ ເພື່ອຮັບປະກັນບຸກຄະລາກອນ ລັກສະນະສືບທອດປ່ຽນແທນ ສາມາດສ້າງໄດ້ພະນັກງານ 3 ຮຸ່ນ ທັງກໍ່ສ້າງກັບທີ່ ແລະ ສົ່ງໄປຮຽນຢູ່ພາຍໃນ ແລະ ຕ່າງປະ ເທດ ຕາມຕົວເລກແບ່ງປັນຂອງຂັ້ນເທິງ.
ວຽກງານສ້າງພະລາທິການກັບທ່ີ ໄດ້ເອົາໃຈໃສ່ຊີ້ນຳຫ້ອງພະລາທິການ ແລະ ຮັບປະກັນຊີວິດການເປັນຢູ່ຂອງພະນັກ ງານ-ນັກຮົບ ໂດຍປະຕິບັດການເບີກຈ່າຍເງິນເດືອນ, ເງິນກິນ, ນໍ້າມັນເຊື້ອໄຟ, ຢາປົວພະຍາດ, ເຄື່ອງອຸປະໂພກ-ບໍລິໂພກ, ເຄື່ອງເຫຼົ່າຮົບວິຊາສະເພາະແຕ່ລະຮ່ວງ, ເຂົ້າກິນ ຕາມລະບອບອັດຕາທີ່ຂັ້ນເທິງກຳນົດໃຫ້ບັນດາອົງການ ແລະ ກົມກອງຮາກຖານເປັນປົກກະຕິ, ເອົາໃຈໃສ່ຄຸ້ມຄອງ, ບົວລະບັດຮັກສາພາຫະນະຮັບໃຊ້, ອາວຸດລູກກະສຸນເພື່ອນຳໃຊ້ໄດ້ຍາວນານ, ວຽກງານການຜະລິດໄດ້ສຸມໃສ່ການປູກ-ການລ້ຽງ ເປັນຕົ້ນແມ່ນ ໄດ້ປູກເຂົ້ານາປີໃນເນື້ອທີ່ 44,61 ເຮັກຕາ ຜົນໄດ້ຮັບທັງໝົດ 87.230 ກິໂລກຣາມ, ປູກພືດລົ້ມລຸກ, ລ້ຽງສັດປະເພດຕ່າງໆ ເພື່ອແກ້ໄຂການເປັນຢູ່ ແລະ ສ້າງແຫຼ່ງລາຍຮັບເຂົ້າຄັງລວມກົມກອງໃຫ້ນັບມ້ືດີຂຶ້ນເລື້ອຍໆ. ນອກນັ້ນ, ຍັງສ້າງລາຍຮັບຈາກການບໍລິການໂຮງງານນໍ້າດື່ມ, ຜະລິດວັດສະດຸກໍ່ສ້າງ, ເຮືອນຮັບແຂກ ແລະ ບໍລິການອື່ນໆ ໄດ້ທັງໝົດ 4 ຕື້ກວ່າກີບ. ໂດຍທຶນດັ່ງກ່າວບວກກັບງົບປະມານທີ່ຂັ້ນເທິງສະໜອງໃຫ້ ແມ່ນໜູນໃຊ້ເຂົ້າໃນວຽກງານລວມຂອງກົມກອງເປັນຕົ້ນແມ່ນ ການປັບປຸງກໍ່ສ້າງສະຖານທີ່ຄ້າຍຄູ, ເສັ້ນທາງເຂົ້າ-ອອກຄ້າຍ, ກຳແພງ, ປະຕູໂຂງ ແລະ ສານຸປະໂພກຕ່າງໆ ໃຫ້ແໜ້ນໜາຖາວອນ ຕາມແບບວັດທະນະທຳຈົບງາມ ພ້ອມນັ້ນ, ຍັງໄດ້ປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ ທີ່ເຈັບເປັນ ແລະ ວຽກງານບໍລິຫານອື່ນໆຂອງກົມກອງ ຕື່ມອີກ.
ໂດຍ: ວັນໄຊ ໄຊສະຫວັດ
ຂໍ້ມູນ: ສາຍຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ