
ຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ
ເວລາອອກຂ່າວ: 2025-01-17 09:12:09 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 880 | ຄວາມນິຍົມ:
ວັນທີ 9 ມັງກອນ 2025 ນີ້, ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ຮັບເອົາມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສຸລິຍາ ກຸມພົນພັກດີ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນ, ຫົວໜ້າພະແນກພະລາທິການ-ເຕັກນິກ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ-ສຳຮອງ 7 ໜ່ວຍຂຶ້ນກັບ ເຂົ້າຮ່ວມ.
ສະຫາຍ ພັນຕີ ນາງ ວັນນາລີ ແສງສະຫວ່າງ ຫົວໜ້າຂະແໜງຈັດຕັ້ງພັກ ພະແນກການເມືອງ ສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບຂອງທັບ ໄດ້ຜ່ານຂໍ້ຕົກລົງຂອງຄະນະພັກອົງການກົມໃຫຍ່ພະລາທິການກອງທັບ ວ່າດ້ວຍ ການອະນຸມັດຮັບມະຫາຊົນກ້າວໜ້າ ເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 8 ສະຫາຍ. ໃນນັ້ນ, ມີໜ່ວຍພັກການເມືອງ 1 ສະຫາຍ, ໜ່ວຍພັກການຢາ-ອຸປະກອນການແພດ, ຄົ້ນຄວ້າວິທະຍາສາດ 2 ສະຫາຍ, ໜ່ວຍພັກສົ່ງເສີມສຸຂະພາບແມ່ ແລະ ເດັກ 1 ສະຫາຍ, ໜ່ວຍພັກໄຂ້ຍຸງ-ແມ່ກາຝາກ ແລະ ແມງໄມ້ 1 ສະຫາຍ, ໜ່ວຍພັກອະນາໄມສິ່ງແວດລ້ອມ 2 ສະຫາຍ, ໜ່ວຍພັກພະລາທິການ-ເຕັກນິກ 1 ສະຫາຍ ແລະ ໜ່ວຍພັກວິໄຈອາຫານ ແລະ ຢາ 1 ສະຫາຍ.
ໂດຍ: ອ້ອຍພັນ ແພງບຸນມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ