ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ຄະນະນຳແຂວງຈໍາປາສັກ ວາງພວງມາລາ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ
ເວລາອອກຂ່າວ: 2025-01-17 16:22:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 965 | ຄວາມນິຍົມ:



ໃນວັນທີ 17 ມັງກອນ 2025 ນີ້, ຄະນະນໍາແຂວງຈໍາປາສັກ ນຳໂດຍ ສະຫາຍ ພົນຈັດຕະວາ ສຸກພະຈັນ ສີລາເພັດ ກຳມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງຈໍາປາສັກ, ມີຄະນະນຳຂັ້ນແຂວງ, ກອງບັນຊາການທະຫານແຂວງ, ກອງບັນຊາການປ້ອງກັນຄົວາມສະຫງົບແຂວງ ແລະ ຂົງເຂດວັດທະນະທຳ-ສັງຄົມໄດ້ເຂົ້າວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ຢູ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ທີ່ສະໜາມແດງ ນະຄອນປາກເຊ ແຂວງຈໍາປາສັກ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ( 20 ມັງກອນ 1949 – 20 ມັງກອນ 2025 ).ເພື່ອເປັນການຈາລຶກເຖີງບຸນຄຸນ, ຄຸນງາມ, ຄວາມດີຂອງບັນດາການນໍາ, ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ,ນັກຮົບປະຕິວັດ ທີ່ໄດ້ສຸມທຸກສະຕິປັນຍາ, ອຸທິດກຳລັງແຮງກາຍ, ເສຍສະຫຼະຊີວິດເລືອດເນື້ອຂອງຕົນ ເພື່ອປະເທດຊາດ ເພື່ອຄວາມເປັນເອກະລາດ ສ້າງສັງຄົມໃຫ້ມີຄວາມຜາສຸກ ແລະ ປະເທດຊາດຂໍຈົດຈໍາຈາລຶກຜົນງານ,ຄຸນງາມຄວາມດີ, ວີລະກຳອັນລໍ້າເລີດຂອງພວກເພິ່ນນີ້ໄວ້ຕະຫຼອດກາລະນານ. ໂດຍ: ດາວົງ ບຸດຕະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ