
ທີມນັກກິລາບານສົ່ງຊາຍ ກົມໃຫຍ່ພະລາທິການກອງທັບ ຊະນະ ທີມນັກກິລາກົມ 213
ເວລາອອກຂ່າວ: 2025-01-22 09:14:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 368 | ຄວາມນິຍົມ:
ງານແຂ່ງຂັນກິລາ ເພື່ອຂໍ່ນັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ຊີງຂັນລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເລີ່ມແຂ່ງຂັນນັບແຕ່ວັນທີ 8 ມັງກອນ 2025 ເປັນຕົ້ນມາ ແລະ ມາໃນວັນທີ 10 ມັງກອນ 2025 ນີ້, ຢູ່ທີ່ເດີ່ນກິລາກອງທັບ, ໃນການແຂ່ງຂັນກິລາບານສົ່ງຊາຍ (ສາຍຂໍ) ເປັນການພົບກັນ ລະຫວ່າງ ທີມນັກກິລາ ກົມໃຫຍ່ພະລາທິການກອງທັບ ກັບ ທີມນັກກິລາ ກົມ 213, ຜ່ານການແຂ່ງຂັນ ຜົນການແຂ່ງຂັນປະກົດວ່າ ທີມນັກກິລາຂອງກົມໃຫຍ່ພະລາທິການກອງທັບ ສາມາດຕີເອົາຊະນະ ທີມນັກກິລາກົມ 213 ດ້ວຍຄະແນນ 2 ຕໍ່ 0 ເຊັດ.
ໂດຍ: ຄຳປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ