
ກອງພັນ 791 ສະຫຼຸບວຽກງານຮອບດ້ານ ປະຈຳປີ 2024
ເວລາອອກຂ່າວ: 2025-01-22 09:17:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 393 | ຄວາມນິຍົມ:
ວັນທີ 10 ມັງກອນ 2025, ກອງພັນ 791 ກອງພັນໃຫຍ່ 279 ໄດ້ສະຫຼຸບວຽກງານຮອບດ້ານ ປະຈຳປີ 2024, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ອ່ອນແກ້ວ ພົມມະສຸລິນ ຮອງຫົວໜ້າການເມືອງ ກອງພັນໃຫຍ 279, ມີຄະນະພັກ-ຄະນະບັນຊາ ກອງພັນ 791 ພ້ອມດ້ວຍ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ສົມໝາຍ ສາຍພູຫຼວງ ຮອງຫົວໜ້າການ ເມືອງ ກອງພັນ 791 ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໜຶ່ງປີຜ່ານມາໄດ້ມີໝາກຜົນໃນຫຼາຍດ້ານ. ໃນນັ້ນ, ເດັ່ນກວ່າໝູ່ແມ່ນວຽກງານປ້ອງກັນທີ່ຕັ້ງບັນດາສຳນັກງານກະຊວງປ້ອງກັນປະເທດ, ປ້ອງກັນກອງປະຊຸມ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນໂຄງການສື່ສານ ບໍລິສັດ ເບດ, ວິທະຍຸ-ໂທລະພາບກອງທັບ, ໂຮງໝໍສູນກາງ 103 ກອງທັບ ແລະ ງານສຳຄັນອື່ນໆ ຂອງຊາດ, ຂອງພັກ ແລະ ຂອງກອງ ທັບ ລວມທັງໝົດມີ 1.128 ຄັ້ງ ມີ 60.665 ແຮງງານ, ດ້ານວຽກງານພັກ ສ້າງໄດ້ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 3 ໜ່ວຍ, ແຂງ 1 ໜ່ວຍ, ສະມາຊິກພັກແຂງ 80 ສະຫາຍ, ຍິງ 12 ສະຫາຍແລະ ກາງ 1 ສະຫາຍ; ດ້ານວຽກງານອົງການຈັດຕັ້ງມະ ຫາຊົນ ສ້າງໄດ້ໜ່ວຍຊາວໜຸ່ມນຳໜ້າ 3 ໜ່ວຍ ແລະ ກາງ 1 ໜ່ວຍ, ມີສະມາຊິກຊາວໜຸ່ມ 4 ບຸກ 105 ສະຫາຍ, ແຂງ 45 ສະຫາຍ ແລະ ກາງ 13 ສະຫາຍ; ສ່ວນວຽກງານສະຫະພັນແມ່ຍິງ ໄດ້ມີສະມາຊິກສະຫະພັນແມ່ຍິງ 3 ດີ 15 ສະຫາຍ. ນອກນັ້ນ, ກົມກອງຍັງໄດ້ເອົາໃຈໃສ່ຕໍ່ກັບວຽກງານສ້າງພະລາທິການກັບທີ່ ຊອກຫາແຫຼ່ງລາຍຮັບເຂົ້າຄັງລວມກົມກອງ ໂດຍຖືເອົາວຽກງານປູກຝັງ-ລ້ຽງສັດ ເປັນຕົ້ນຕໍ ໄດ້ສຸມໃສ່ເຮັດສວນຄົວປູກຜັກກາດ, ຜັກບົ້ງ, ແລະ ຫອມຊະນິດຕ່າງໆ ປັດຈຸບັນມີງົວລ້ຽງ 20 ໂຕ, ແບ້ 30 ໂຕ, ລ້ຽງ ເປັດ-ໄກ່ ຈຳນວນ 920 ໂຕ, ປາດຸພັນ 6.500 ໂຕ, ກົບ 10.500 ໂຕ, ເພາະພັນກົບ 5.000 ໂຕ; ຂາຍເຄື່ອງແຫ້ງ ແລະ ເຄື່ອງບໍລິໂພກຈຳນວນໜຶ່ງ ສາມາດສ້າງລາຍຮັບໄດ້ທັງໝົດ 145.200.000 ກີບ.
ໂດຍ: ກົງທອງ ອິນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ