
ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໂຄສະນາເຜີຍແຜ່ກົດໝາຍຂອງກົມກົດໝາຍ
ເວລາອອກຂ່າວ: 2025-01-22 09:19:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 389 | ຄວາມນິຍົມ:
ວັນທີ 14 ມັງກອນ 2025 ນີ້, ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຈັດຕັ້ງໂຄສະນາເຜີຍແຜ່ກົດໝາຍ ຂອງກົມກົດໝາຍໃຫ້ນາຍ ແລະ ພົນທະ
ຫານ, ນ້ອງນ້ອຍນັກຮຽນ, ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງສະຫາຍ ພັນເອກ ພັນສະໄໝ ວິໄລ ຮອງຫົວໜ້າກົມກົດໝາຍ ກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ມີຄະນະພັກ-ຄະນະບັນຊາ 4 ຫ້ອງ, 2 ກອງພັນ, ພະນັກງານວິຊາການຈາກກົມກົດໝາຍ ພ້ອມດ້ວຍພະນັກງານ-ນັກຮົບທົ່ວໂຮງຮຽນ ເຂົ້າຮ່ວມ.
ການເຜີຍແຜ່ໂຄສະນາກົດໝາຍ ຂອງກົມກົດໝາຍໃນຄັ້ງນີ້ ເປັນການສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດ
ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ເຂົ້າສູ່ຊີວິດຕົວຈິງ, ສະເພາະຢູ່ໃນກອງທັບ ກໍຄືໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພ້ອມກັນສຸມໃສ່ຈັດຕັ້ງປະຕິ
ບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນປະເທດ ໂດຍສະເພາະການເຄື່ອນໄຫວວຽກງານຍຸດຕິທຳ ໃນກົມກອງ ເພື່ອເປັນການປັບປຸງກອງທັບໃຫ້ກ້າວຂຶ້ນ ເປັນກອງທັບປະຕິວັດທີ່ມີແບບແຜນ ເຂັ້ມແຂງໃນທຸກດ້ານ ທັງເປັນການສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງ ແລະ ວັນສຳຄັນຕ່າງໆຂອງພັກ, ຂອງຊາດ, ຂອງກອງທັບ ໂດຍສະເພາະຊົມເຊີຍວັນຊາດ ທີ 2 ທັນວາ ທີ່ຜ່ານມາ ແລະ ພ້ອມກັນສ້າງຜົນງານຂ່ຳນັບຮັບຕ້ອນ ວັນທີ 20 ມັງກອນ, ເພື່ອເປັນການປະຕິບັດຕາມແຜນ ແລະ ຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ເລກທີ 8265/ກມທ ກົມກົດໝາຍ ເຊິ່ງການເຜີຍແຜ່ໃນຄັ້ງນີ້ ປະກອບມີ 2 ບົດຄື: ຄວາມຮູ້ທົ່ວໄປກ່ຽວກັບກົດໝາຍ (ບັນດາປະກົດການຫຍໍ້ທໍ້ໃນສັງຄົມທີ່ຄວນລະວັງ) ແລະ ກົດໝາຍຄອບຄົວ. ພ້ອມນັ້ນ, ກົມກົດໝາຍຍັງໄດ້ມອບປື້ມ ກົດໝາຍ, ດຳລັດ, ປື້ມຄູມື, ໂປສະເຕີ ໃຫ້ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈຳນວນ 16 ລາຍການ ລວມທັງໝົດ 31 ຫົວ ອີກດ້ວຍ.
ໂດຍ: ໂອລິນ ມິ່ງມີໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ