ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ສານ​ປະຊາຊົນ​ສູງ​ສຸດ ເຂົ້າ​ອວຍພອນ​ສານ​ທະຫານ​ຂັ້ນ​ສູງ
ເວລາອອກຂ່າວ: 2025-01-22 09:20:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 422 | ຄວາມນິຍົມ:



ໃນ​ວັນ​ທີ 17 ມັງກອນ 2025 ນີ້, ທ່ານ ບຸນ​ຂວາງ ທະວີ​ສັກ ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ພັກ, ຮອງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ ພ້ອມ​ຄະນະ ໄດ້​ນຳ​ເອົາ​ຄອມ​ພິວ​ເຕີ ແລະ ກະຕ່າ​ດອກ​ໄມ້, ກະຕ່າ​ຂອງຂວັນ ເຂົ້າ​ອວຍພອນ​ສານ​ທະຫານ​ຂັ້ນ​ສູງ ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 76 ປີ, ໂດຍ​ການ​ກ່າວ​ຮັບ​ຂອງ​ ສະຫາຍ ພັນ​ເອກ ສິງ​ທອງ ຄຳ​ປະເສີດ ປະທານ​ສານ​ທະຫານ​ຂັ້ນ​ສູງ ພ້ອມ​ຄະນະ. ໂອກາດ​ນີ້, ສະຫາຍ ພັນ​ເອກ ສິງ​ທອງ ຄຳ​ປະເສີດ ໄດ້​ກ່າວ​ສະ ແດງ​ຄວາມ​ຂອບໃຈ ຕໍ່​ສານ​ປະຊາຊົນ​ສູງ​ສຸດ ທີ່​ເຫັນ​ໄດ້​ຄວາມ​ໝາຍ​ສຳຄັນ​ຂອງ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 76 ປີ ແລະ ໄດ້​ເອົາ​ກະຕ່າ​ ຂອງຂວັນ​ພ້ອມ​ດ້ວຍ ຄຳ​ອວຍພອນ​ໄຊ​ອັນ​ປະເສີດ ມາ​ອວຍພອນ​ໃນ​ຄັ້ງ​ນີ້ ທັງ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ລະຫວ່າງ​ສານ​ປະຊາຊົນ​ສູງ​ສຸດ ແລະ ສານ​ທະ ຫານ​ຂັ້ນ​ສູງ ໃຫ້​ແໜ້ນ​ແຟ້ນ ແລະ ເລິກເຊິ່ງ​ຍິ່ງໆ​ຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ