
ກົມໃຫຍ່ການເມືອງກອງທັບ ມອບເງິນອຸປະຖຳ ໃຫ້ສະມາຄົມຄົນພິການແຫ່ງຊາດລາວ
ເວລາອອກຂ່າວ: 2025-01-22 09:21:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 376 | ຄວາມນິຍົມ:
ວັນທີ 21 ມັງກອນ 2025 ນີ້, ກົມໃຫຍ່ການເມືອງກອງທັບ ມອບເງິນ ຈຳນວນ 10 ລ້ານກີບ ອຸປະຖຳ ໃຫ້ສະມາຄົມຄົນພິການແຫ່ງຊາດລາວ, ຕາງໜ້າກ່າວມອບໂດຍ ສະຫາຍ ພັນເອກ ດວງມະນີ ສີວິໄຊ ຮອງຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ, ກ່າວຮັບໂດຍ ສະຫາຍ ສຳນຽງ ທຳມະວົງ ອຳນວຍການສະມາຄົມຄົນພິການແຫ່ງຊາດລາວ.
ສະຫາຍ ພັນເອກ ດວງມະນີ ສີວິໄຊ ຕາງໜ້າໃຫ້ຄະນະນຳກົມໃຫຍ່ການເມືອງກອງທັບ ກ່າວວ່າ: ການມອບເງິນອຸປະຖຳ ໃຫ້ສະມາຄົມຄົນພິການແຫ່ງຊາດລາວ ໃນຄັ້ງນີ້ ແມ່ນເປັນການປະກອບສ່ວນທຶນຮອນເຂົ້າໃນການພັດທະນາວຽກງານຄົນພິການ ເຖິງວ່າຈະເປັນຈຳນວນເງິນທີ່ໜ້ອຍ ແຕ່ກໍເປັນເນື້ອໃນຈິດໃຈ ຂອງຄະນະນຳກົມໃຫຍ່ການເມືອງກອງທັບ ທີ່ເຕັມໃຈປະກອບສ່ວນເຂົ້າໃນການພັດທະນາວຽກງານຄົນພິການແຫ່ງຊາດລາວ ໃຫ້ນັບມື້ໄດ້ຮັບການພັດທະນາດີຂຶ້ນ.
ໂອກາດດັ່ງກ່າວ ສະຫາຍ ສຳນຽງ ທຳມະວົງ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ຄະນະນຳກົມໃຫຍ່ການເມືອງກອງທັບ ທີ່ເຫັນໄດ້ຄວາມສຳຄັນ ແລະ ຈຳເປັນ ຂອງວຽກງານການພັດທະນາຄົນພິການ ຈຶ່ງໄດ້ປະກອບສ່ວນອຸປະຖຳທືນຮອນ ໃຫ້ສະມາຄົມຄົນພິການແຫ່ງຊາດລາວ ໃນຄັ້ງນີ້. ພ້ອມທັງ, ສັນຍາວ່າ ຈະນຳເອົາເງິນຈຳນວນດັ່ງກ່າວໄປເຄື່ອນໄຫວຕາມຈຸດປະສົງ ໃຫ້ເກີດຜົນປະໂຫຍດສູງສຸດ ໃນການພັດທະນາຊິວິດການເປັນຢູ່ຂອງຄົນພິການແຫ່ງຊາດລາວ.
ໂດຍ: ເພັດ ສົມນໍວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ