ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ຫ້ອງການ ກົມໃຫຍ່ພະລາທິການ ປກສ ອວຍພອນ ຄະນະພັກ ຫ້ອງການ ກົມໃຫຍ່ພະລາທິການກອງທັບ ແລະ ກົມວິຊາສະເພາະ
ເວລາອອກຂ່າວ: 2025-01-22 11:24:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 201 | ຄວາມນິຍົມ:



ວັນທີ 17 ມັງກອນ 2025 ນີ້, ສະຫາຍ ພັນເອກ ປະເສີດ ແກ້ວສຸວັນ ຫົວໜ້າຫ້ອງການ ກົມໃຫຍ່ພະລາທິການ ປ້ອງກັນຄວາມສະຫງົບ ພ້ອມຄະນະ, ໄດ້ນໍາເອົາກະຕ່າດອກໄມ້ເຂົ້າອວຍພອນຄະນະພັກ-ຄະນະບັນຊາ ຫ້ອງການກົມໃຫຍ່, ຫ້ອງການບໍລິຫານ ແລະ ກົມເສນາພະລາ ກົມໃຫຍ່ພະລາທິການກອງທັບ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 76 ປີ, (ວັນ20 ມັງກອນ 1949 - 20 ມັງກອນ 2025). ໂອກາດນີ້, ສະຫາຍ ພົນຈັດຕະວາ ຄໍາແຫວນ ຫຼ້າບົວມະຫາໄຊ ຫົວໜ້າຫ້ອງການກົມໃຫຍ່ພະລາທິການກອງທັບ ໄດ້ຕາງໜ້າໃຫ້ຄະນະກົມ, ຫ້ອງການ, ກ່າວສະແດງຄວາມຂອບໃຈເປັນຢ່າງຍິ່ງທີ່ຄະນະນໍາຫ້ອງການກົມໃຫຍ່ພະລາທິການ ປກສ ທີ່ນໍາເອົາກະຕ່າດອກໄມ້ມາອວຍພອນ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ໃນຄັ້ງນີ້, ພ້ອມທັງກ່າວອວຍພອນໄຊອັນປະເສີດມາຍັງ ສະຫາຍ ພັນເອກ ປະເສີດ ແກ້ວສຸວັນ ພ້ອມຄະນະ ເຫັນໄດ້ຄວາມໝາຍສໍາຄັນຂອງກໍາລັງປ້ອງກັນຊາດ ແລະ ອວຍພອນໄຊອັນປະເສີດໃຫ້ຄະນະນໍາຫ້ອງການກົມໃຫຍ່ພະລາທິການ ປກສ ຈົ່ງມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ມີຄວາມຈະເລີນກ້າວໃນໜ້າທີ່ວຽກງານວິຊາສະເພາະຂອງຕົນ ແລະ ພ້ອມກັນເຮັດສໍາເລັດທຸກໜ້າທີ່ໜ້າທີ່ວຽກງງານຕາມການຈັດຕັ້ງພັກ-ລັດມອບໝາຍໃຫ້ຢ່າງຈົບງາມ. ໂດຍ: ຄໍາປະສົງ ລາດຊະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ