
ກອງປະຊຸມຄະນະກຳມະການ ຄຸ້ມຄອງໄພພິບັດ ທົ່ວປະເທດ ປະຈຳປີ 2024
ເວລາອອກຂ່າວ: 2025-01-22 13:56:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 186 | ຄວາມນິຍົມ:
ກອງປະຊຸມຄະນະກຳມະການ ຄຸ້ມຄອງໄພພິບັດທົ່ວປະເທດ ປະຈຳປີ 2024 ເເລະ ວາງທິດທາງເເຜນການ ປະຈຳປີ 2025 ໄດ້ຈັດຂຶ້ນ ວັນທີ 21 ມັງກອນ 2025 ນີ້, ຢູ່ທີ່ ໂຮງເເຮມຄຣາວພລາຊາ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການ ຄຸ້ມຄອງໄພພິບັດ ຂັ້ນສູນກາງ, ມີບັນດາຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ເເລະ ຂັ້ນທ້ອງຖິ່ນ ເເຕ່ລະເເຂວງ ເເລະ ບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ, ຫົວໜ້າກອງເລຂາ ຄະນະກຳມະການຄຸ້ມຄອງໄພພິບັດ ຊັ້ນສູນກາງ (ຄພສ) ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງໄພພິບັດ ປະຈຳປີ 2024 ເເລະ ວາງທິດທາງແຜນການ ປີ 2025 ໂດຍໃຫ້ຮູ້ວ່າ ສະພາບການເກີດໄພພິບັດ, ຜົນເສຍຫາຍຈາກໄພພິບັດ ໃນຂອບເຂດທົ່ວປະເທດ ໃນໄລຍະ 1 ປີຜ່ານມາ ໄດ້ມີເຫດການໄພພິບັດເກີດຂຶ້ນ ໃນຂອບເຂດທົ່ວປະເທດ ທັງໝົດ 69 ຄັ້ງ, ສົ່ງຜົນກະທົບ ຢູ່ 16 ແຂວງ, 147 ເມືອງ, 1.730 ບ້ານ, 58,753 ຄອບຄົວ, 271,168 ຄົນ, ຍິງ 124,213 ຄົນ, ເສຍຊີວິດ 17 ຄົນ, ບາດເຈັບ 58 ຄົນ ແລະ ເຮືອນຊານເປເພ່ 6,432 ຫຼັງ, ເຮືອນເສຍຫາຍ 100% 110 ຫຼັງ, ໂຮງຮຽນ 126 ແຫ່ງ, ສະໜາມບິນ 1 ແຫ່ງ, ສັດລ້ຽງ 4,349 ໂຕ, ເນື້ອທີ່ 41,027 ຮຕ, ຊົນລະປະທານ 118 ແຫ່ງ, ເສຍຫາຍທັງຫມົດ 6,747,509,456,029 ກີບ, ຈາກຜົນກະທົບດັ່ງກ່າວຄະນະກຳມະການຄຸ້ມຄອງໄພພິບັດ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ພື້ນຟູຫຼັງໄພພິບັດ ຫຼາຍດ້ານເປັນຕົ້ນເເມ່ນ ວຽກນິຕິກຳ ໄດ້ເຜີຍແຜ່ ແລະ ຊຸກຍູ້ການສ້າງກອງທຶນຄຸ້ມຄອງໄພພິບັດ 4 ແຫ່ງ, ສ້າງກອງທຶນໄດ້ 21 ແຫ່ງ (ຂັ້ນແຂວງ 2, ເມືອງ 19), ຊຸກຍູ້ສ້າງຍຸດທະສາດຫຼຸດຜ່ອນຄວາມສ່ຽງໄພພິບັດຂັ້ນແຂວງ ສໍາເລັດ 3 ແຂວງ, ສ້າງແຜນຫຼຸດຜ່ອນຄວາມສ່ຽງໄພພິບັດ ຂັ້ນເມືອງ 8 ເມືອງ, ສ້າງແຜນກຽມພ້ອມຕອບໂຕ້ໄພພິບັດ ປະຈຳປີ 2024 ຂັ້ນຕ່າງໆ ລວມ 60 ແຜນ ຄື: 1 ສູນກາງ, 16 ແຂວງ, 43 ເມືອງ, ປັບປຸງຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດ ແລະ ແຕ່ງຕັ້ງຄະນະຮັບຜິດຊອບຟື້ນຟູ ແລະ ແກ້ໄຂຜົນກະທົບ ຈາກໄພພິບັດຕໍ່ໂຄງລ່າງພື້ນຖານ ແລະ ກິດຈະການປ້ອງກັນຊາດ ຂອງກະຊວງປ້ອງກັນປະເທດ; ສ້າງນິຕິກຳ ສ້າງຕັ້ງສູນບັນເທົາໄພພິບັດກອງທັບ; ຈັດຕັ້ງຕິດຕາມ, ແກ້ໄຂ ແລະ ກວດກາ ວຽກສຸກເສີນ ຕາມເສັ້ນທາງຫຼວງ ຢູ່ຂອບເຂດທົ່ວປະເທດ, ພ້ອມທັງໄດ້ສຸມໃສ່ວຽກງານປ້ອງກັນໄພພິບັດ, ວຽກງານເເກ້ໄຂສຸກເສີນ, ວຽກງານຟື້ນຟູໄພພິບັດ ເເລະ ພົວພັນຮ່ວມມືກັບອາຊຽນ, ພາກພື້ນ, ສາກົນ ເເລະ ສະຫຼຸບການຈັດຕັ້ງລະດົມທຶນຈາກສັງຄົມເຂົ້າໃນການຕອບໂຕ້ຊ່ວຍເຫຼຶອ ເເລະ ຟື້ນຟູໄພພິບັດປີ 2024. ພ້ອມດຽວກັນນີ້ ໃນພິທີຍັງໄດ້ລາຍງານກ່ຽວກັບສະພາບໄພພິບັດ, ການຊ່ວຍເຫຼືອສຸກເສີນ, ແຜນການຟື້ນຟູໃນໄລຍະຮີບດ່ວນຂັ້ນສູງກາງ, ຂັ້ນເເຂວງ, ພ້ອມທັງໄດ້ ປຶກສາຫາລື ແລະ ເອກະພາບຕໍ່ແຜນຈຸດສຸມໃນການນໍາໃຊ້ກອງທຶນຄຸ້ມຄອງໄພພິບັດ, ແກ້ໄຂໄພພິບັດ, ເເຜນການຟື້ນຟູ ເເລະ ເເຜນການຈຸດສຸມໃນປີ 2025 ຕໍ່ໜ້າຕື່ມອິກ.
ພ້ອມນີ້, ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດ ງົບປະມານເພື່ອຊໍາລະໂຄງການຟື້ນຟູ ສຸກເສີນ ໃຫ້ແກ່ບັນດາແຂວງ ທີ່ໄດ້ຮັບຜົນ ກະທົບຈາກໄພພິບັດ ປີ 2024 ເເລະ ມອບຮັບຕົວເລກງົບປະມານເພື່ອຊຳລະໂຄງການຟື້ນຟູສຸກເສີນໃຫ້ເເກ່ບັນດາເເຂວງທີຮັບຜົນກະທົບຈາກໄພພິບັດປີ 2024 ຕື່ມອີກ.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໜັກໃຫ້ຄະນະກໍາມະການຄຸ້ມຄອງໄພພິບັດ ເເລະ ພາກສ່ວນທີກ່ຽວຂ້ອງຕ່າງໆ ເອົາໃຈໃສ່ຕໍ່ຄວາມຮັບຜິດຊອບຂອງຕົນເປັນໜ້າທີສຳຄັນ ມີເເບບເເຜນ, ມີການປະສານສົບທົບກັນຢ່າງລະອຽດ ໃນເເຕ່ລະຂັ້ນ ເພື່ອເເກ້ໄຂໃຫ້ທວງທັນເວລາ, ມອບໃຫ້ຄະນະກຳມະການຄຸ້ມຄອງໄພພິບັດນັບເເຕ່ຂັ້ນສູນກາງ ຮອດຂັ້ນທ້ອງຖິ່ນໃນທົ່ວປະເທດ ກໍຄືໃຫ້ຄະນະພັກ, ອຳນາດການປົກຄອງ ແຕ່ລະຂັ້ນ ເປັນເຈົ້າການ ຊີ້ນໍາ-ນໍາພາ ທຸກການຈັດຕັ້ງພາຍໃນທ້ອງຖິ່ນຂອງຕົນ, ດໍາເນີນຈັດຕັ້ງປະຕິບັດວຽກງານ ການປ້ອງກັນ, ການຄວບຄຸມ ແລະ ການຟື້ນຟູຫຼັ ງໄພພິບັດ ໃຫ້ຖືເປັນວຽກບູລິມະສິດ, ເປັນເຈົ້າການກຽມຄວາມພ້ອມຮອບດ້ານເພື່ອຮັບມື ເເລະ ເເກ້ໄຂຟື້ນຟູ, ຊ້ອມເເປງຢ່າງຮີບດ່ວນ ໃນການຊ່ວຍເຫຼືອດ້ານຕ່າງໆ ຕໍ່ກັບບັນດາເເຂວງທີ່ໄດ້ຖືກຜົນກະທົບໃນລາວໃຫ້ກັບມາສູ້ສະພາບປົກກະຕິໃຫ້ໄດ້ໄວທີ່ສຸດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ