
ກອງພົນທີ 4 ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2025
ເວລາອອກຂ່າວ: 2025-01-22 14:04:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 254 | ຄວາມນິຍົມ:
ຕົ້ນເດືອນ ມັງກອນ 2025 ນີ້, ກອງພົນທີ 4 ໄດ້ເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາປະຈຳ ປີ 2025, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານກອງພົນທີ 4, ມີຄະນະພັກ-ຄະນະບັນຊາ ກອງພົນທີ 4, ຄະນະຫ້ອງອົງການ 5 ຫ້ອງ, ພະແນກການ, ຄະນະພັກ-ຄະນະບັນຊາ ກອງພັນ-ກອງຮ້ອຍ ທົ່ວກອງພົນທີ 4 ເຂົ້າຮ່ວມ.
ສະຫາຍ ພັນເອກ ຈັນທຸມມາ ນໍອາມາດ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 4 ໄດ້ຜ່ານແຜນການ ການເປີດຂະບວນການແຂ່ງຂັນ ປະຈໍາປີ 2025 ວ່າດ້ວຍການ ເພີ່ມທະວີແຂ່ງຂັນຍ້ອງຍໍໃນໄລຍະໃໝ່, ເພື່ອເຮັດໃຫ້ການຈັດຕັ້ງ ເປີດຂະບວນການແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາສ້າງຜົນງານຂໍ່ານັບຮັບຕ້ອນວັນປະຫວັດສາດສຳຄັນ ປະຈຳປີ 2025 ໃຫ້ມີບັນຍາກາດຟົດຟື້ນ ແລະ ບັນລຸໄດ້ຈຸດປະສົງຄາດໝາຍທີ່ວາງ ໄວ້, ແນໃສ່ສ້າງຂະບວນການຮອບດ້ານໃນທົ່ວກອງພົນທີ 4 ແລະ ຂໍ່ານັບຮັບຕ້ອນວັນປະຫວັດສາດສໍາຄັນຕ່າງໆຂອງຊາດ, ຂອງພັກ ແລະ ຂອງກອງທັບ ໃຫ້ເປັນຂະບວນຟົດຟື້ນຕໍ່ເນື່ອງ ເສີມຂະຫຍາຍທາດແທ້ມູນເຊື້ອ ພິລາດອາດຫານຂອງກອງທັບ ໃຫ້ໜັກແໜ້ນເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຖືເອົາບັ້ນແຂ່ງຂັນນີ້ຍູ້ ຂະບວນການປັບປຸງກໍ່ສ້າງກົມກອງ ແລະ ເລັ່ງໃສ່ ສ້າງກອງຈຸດສຸມເປັນຕົວແບບຂອງກົມກອງ ຕິດພັນກັບຂະບວນການ ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຂະບວນການກໍ່ສ້າງ ກອງປອດໃສ, ປອດໄພ, ປອດຄະດີ, ການກໍ່ສ້າງນັກຮົບ-ກົມກອງວັດທະນະທຳ, ຂະບວນການ 4 ປູກ 4 ລ້ຽງ, ຂະບວນການ 4 ບຸກຂອງຊາວໜຸ່ມ, ຂະບວນການ 3 ດີ ຂອງສະຫະພັນແມ່ຍິງ, ຂະບວນການຈັດຕັ້ງປະຕິບັດ 7 ລະບອບ 18 ວຽກຂອງກອງທັບ, ເປັນການສຶກສາອົບຮົມຈິດໃຈຮັກຊາດ, ສ້າງຄວາມຈົ່ງຮັກພັກດີຕໍ່ອຸດົມການຂອງພັກ, ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍຂອງອິດທິກຳລັງປໍລະປັກ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດລະບຽບວິໄນເຂັ້ມງວດ ສາມາດເຮັດສຳເລັດໜ້າທີ່ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກ ກະຊວງປ້ອງກັນປະເທດວາງອອກ ໃຫ້ສຳເລັດຜົນ.
ເພື່ອເຮັດໃຫ້ບັ້ນເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາເຕັມໄປດ້ວຍຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ ແລະ ສ້າງໄດ້ບັນຍາກາດຟົດຟື້ນໃນທຸກກົມກອງ, ຄະນະປະທານກອງປະ ຊຸມພ້ອມຄະນະກໍ່ໄດ້ສຳພັດມື ບັນດາສະຫາຍ ຄະນະພັກ-ຄະນະບັນຊາ ກົມກອງຮາກຖານເພື່ອ ພ້ອມກັນຮັບເອົາເນື້ອໃນຂໍ້ແຂ່ງ ຂັນດັ່ງກ່າວນີ້ ໄປຈັດຕັ້ງປະຕິບັດຢູ່ໃນກົມກອງຂອງຕົນໃຫ້ເກີດດອກອອກຜົນຢ່າງຈົບງາມ ແລະ ພ້ອມກັນສູ້ຊົນຈັດຕັ້ງປະຕິບັດ ເນື້ອໃນຂໍ້ແຂ່ງຂັນໃຫ້ໄດ້ຕາມລະດັບຄາດໝາຍ.
ຂ່າວ: ຮທ ໂພຄໍາ ພອນປະເສີດ
ພາບ: ຮທ ບົວຄໍາ ທອງລັດສະໝີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ