ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ ອວຍພອນ ຄະນະບັນຊາ ກອງພົນທີ 4
ເວລາອອກຂ່າວ: 2025-01-22 14:06:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 264 | ຄວາມນິຍົມ:



ວັນທີ 16 ມັງກອນ 2024 ນີ້, ສະຫາຍ ນາງ ດັ້ງ ທີ ຫ໋າຍ ເຕີມ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນ ຄະນະພັກ-ຄະນະບັນຊາກອງພົນທີ 4, ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ທີ່ຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານ ກອງພົນທີ 4 ພ້ອມຄະນະ. ສະຫາຍ ນາງ ດັ້ງ ທິ ຫ໋າຍ ເຕີມ ໄດ້ກ່າວຄຳອວຍພອນໄຊອັນອົບອຸ່ນ, ຄວາມສາມັກຄີອັນສະນິດສະໜົມ, ຄວາມຮັກແພງແບບອ້າຍນ້ອງ ມາຍັງຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານທົ່ວກອງພົນທີ 4 ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ຈົ່ງມີສຸຂະພາບແຂງແຮງ ມີພາລະໄມສົມບູນ, ສືບຕໍ່ເຮັດພາລະກິດລວມຂອງຊາດ ທີ່ພັກ-ລັດຂັ້ນເທິງມອບໝາຍໃຫ້ ດ້ວຍບັນຍາກາດຟົດຟື້ນເບີກບານມ່ວນຊື່ນ ແລະ ມີຄວາມໝາຍຄວາມສຳຄັນຢ່າງເລິກເຊິ່ງ ສືບຕໍ່ເສີມຂະຫຍາຍສາຍພົວພັນແບບພິເສດລະຫວ່າງ 2 ຊາດ 2 ພັກ ແລະ 2 ກອງທັບ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ. ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ໄດ້ກ່າວສະແດງຄວາມຂອບອົກຂອບໃຈເປັນຢ່າງສູງຕໍ່ຫົວໜ້າ ກົງສູນໃຫຍ່ ສ ສ ຫວຽດນາມ, ປະຈຳແຂວງສະຫວັນນະເຂດ, ທີ່ຍາມໃດເວລາໃດກໍ່ໃຫ້ການອຸ້ມຊູຊ່ວຍເຫຼືອໃກ້ຊິດຕິດແທດກົມກອງຂອງພວກເຮົາຕະຫຼອດມາ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ພົວພັນຮ່ວມມືໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ ເສີມຂະຫຍາຍສາຍພົວພັນແບບພິເສດ ລະຫວ່າງ ສອງຊາດ, ສອງພັກ ແລະ ສອງກອງທັບ ເວົ້າລວມ, ເວົ້າສະເພາະ ກໍຄືກອງພົນທີ 4 ກັບ ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ. ໂດຍ: ບົວຄຳ ທອງລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ