ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 11 ກຸມພາ 2025

  

ລັດວິສາຫະກິດ ລາວເດີນອາກາດ ເຂົ້າອວຍພອນ ຄະນະນໍາກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2025-01-22 14:14:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 204 | ຄວາມນິຍົມ:



ວັນທີ 22 ມັງກອນ 2025 ນີ້, ສະຫາຍ ພັນເອກ ປັນທະວີ ສີສົງຄາມ ຜູ້ອໍານວຍການ ລັດວິສາຫະກິດ ລາວເດີນອາກາດ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ ແລະ ເງິນຊຸກຍູ້ ຈໍານວນ 200.000.000 ກີບ ເຂົ້າອວຍພອນຄະນະນໍາກະຊວງປ້ອງກັນປະເທດ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ, ໂດຍການຕ້ອນຮັບ ແລະ ກ່າວຮັບຂອງ ສະຫາຍ ພົນໂທ ສຈ ປອ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ. ສະຫາຍ ພັນເອກ ປັນທະວີ ສີສົງຄາມ ໄດ້ກ່າວຄໍາອວຍພອນໄຊອັນປະເສີດ ມາຍັງຄະນະນໍາກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ຊີ້ນໍາ-ນໍາພາ ກອງທັບປະຊາຊົນລາວ ໃຫ້ນັບມື້ເຕີບໃຫຍ່ ແລະ ເຂັ້ມແຂງຂຶ້ນເລື້ອຍໆ ກາຍເປັນກອງທັບທີ່ມີແບບແຜນ ແລະ ທັນສະໄໝ, ອວຍພອນໄຊໄປຍັງພະນັກງານ-ນັກຮົບໃນຖັນແຖວກອງທັບ ຈົ່ງມີສຸຂະພາບເຂັ້ມແຂງ ພ້ອມກັນເຮັດສໍາເລັດໜ້າທີ່ວຽກງານທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້. ໂອກາດນີ້, ສະຫາຍ ພົນໂທ ສຈ ປອ ທອງລອຍ ສິລິວົງ ຕາງໜ້າກະຊວງປ້ອງກັນປະເທດ ກ່າວສະແດງຄວາມຂອບໃຈ ຕໍ່ອໍານວຍການ ລັດວິສາຫະກິດ ລາວເດີນອາກາດ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາກະຕ່າດອກໄມ້ ພ້ອມດ້ວຍເງິນຊຸກຍູ້ຈໍານວນດັ່ງກ່າວ ແລະ ຄໍາອວຍພອນໄຊອັນຈົບງາມຄັ້ງນີ້ ມາມອບໃຫ້, ພ້ອມທັງ ອວຍພອນຄືນໃຫ້ສະຫາຍ ພ້ອມດ້ວຍຄະນະຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສຳເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງຕົນ, ສືບຕໍ່ນໍາພາ ລັດວິສາຫະກິດ ລາວເດີນອາກາດ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ແລະ ມີຜົນສໍາເລັດ. ໂດຍ: ສົມຄິດ ພູມມີຈິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ