
ປະທານ ບໍລິສັດ ລັດວິສະຫະກິດ ກໍ່ສ້າງ COECCO Laos ອວຍພອນ ຄະນະພັກ-ຄະນະບັນຊາ ກອງພົນທີ 1
ເວລາອອກຂ່າວ: 2025-01-22 14:43:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 258 | ຄວາມນິຍົມ:
ວັນທີ 20 ມັງກອນ 2025 ນີ້, ທ່ານ ຫວິ່ງ ປະທານ ບໍລິສັດ ລັດວິສະຫະກິດ ກໍ່ສ້າງ COECCO Laos ພ້ອມຄະນະ ໄດ້ນໍາເອົາກະຕ່າຂອງຂວັນ ເຂົ້າອວຍພອນ ຄະນະນໍາ ກອງພົນທີ1 ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ.
ທ່ານ ປະທານ ບໍລິສັດ ລັດວິສະຫະກິດ ກໍ່ສ້າງ COECCO Laos ໄດ້ກ່າວສະແດງຄວາມຢ້ຽມຢາມຖາມຂ່າວ; ພ້ອມຝາກຄໍາອອຍພອນໄຊອັນປະເສີດ ໂດຍຜ່ານຄະນະນໍາ ກອງພົນ ໄປຍັງ ຄະນະພັກ - ຄະນະບັນຊາ ບັນດາກົມກອງ ຕະຫຼອດຮອດ ພະນັກງານ - ນັກຮົບ ທົ່ວກອງພົນທີ1 ຈົ່ງມີສຸຂະພາບເຂັ້ມແຂງ, ຫ້າວຫັນໝັ້ນຍືນ, ພ້ອມກັນຂໍ່ານັບຊົມເຊີຍ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ໃຫ້ມີບັນຍາກາດຄຶກຄື້ນມ່ວນຊື່ນ.
ສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ໄດ້ກ່າວສະແດງຄວາມຂອບອົກຂອບໃຈຢ່າງສູງຕໍ່ ທ່ານ ປະທານບໍລິສັດ COECCO Laos ທີ່ໄດ້ນໍາເອົາກະຕ່າຂອງຂວັນ ແລະ ຄໍາອວຍພອນໄຊອັນປະເສີດມາມອບໃຫ້ ພະນັກງານ-ນັກຮົບ ຂອງກອງພົນທີ1 ເນື່ອງໃນໂອກາດທີ່ທົ່ວພັກ-ທົວລັດ; ທົ່ວປວງຊົນລາວ ບັນດາເຜົ່າພວມ ພ້ອມກັນຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ວັນສ້າງຕັ້ງກອງພົນທີ 1 ຄົບຮອບ 40 ປີ ທີ່ໃກ້ຈະມາເຖິງໃນມໍ່ໆນີ້ ຢ່າງເປັນຂະບວນການຟົດຟື້ນ, ເບີກບານມ່ວນຊື່ນ ແລະ ກວ້າງຂວາງ.ເຊິ່ງມັນໄດ້ສ່ອງແສງໃຫ້ເຫັນເຖິງນໍ້າໃຈ, ໄມຕີຈິດ, ມິດຕະພາບ, ຄວາມສາມັກຄີຮັກແພງ ລະຫວ່າງກອງທັບ ກັບ ບໍລິສັດ ລັດວິສະຫະກິດ ເຊິ່ງໄດ້ໃຫ້ການອຸ້ມຊູຊ່ວຍເຫຼືອເຊິ່ງກັນ ແລະ ກັນຕະຫຼອດມາ; ປະກອບສ່ວນສ້າງສາພັດທະນາປະເທດຊາດ ເຮັດໃຫ້ເສດຖະກິດ ແລະ ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າດີຂຶ້ນ.
ຂ່າວໂດຍ: ຊັນໂດ ລາດຊະພູມີ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ