ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ປະກາດແຕ່ງຕັ້ງໜ້າທີ່ ແລະ ເລື່ອນຊັ້ນ ໃຫ້ນາຍທະຫານ ຢູ່ກົມໃຫຍ່ເສນາທິການກອງທັບ
ເວລາອອກຂ່າວ: 2025-01-22 15:04:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 767 | ຄວາມນິຍົມ:



ພິທີປະກາດຍົກຍ້າຍ-ແຕ່ງຕັ້ງໜ້າ ແລະ ເລື່ອນຊັ້ນ ພັນຕີ ຂື້ນຊັ້ນ ພັນໂທ ໃຫ້ນາຍທະຫານ ຢູ່ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດຂຶ້ນ ວັນທີ 21 ມັງກອນ 2025 ນີ້, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຕາງໜ້າບັນດາກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາ ກົມກອງຮາກຖານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ບົວຄໍາ ສາມາວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ກະຊວງປັອງກັນປະເທດ ວ່າດ້ວຍການແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານ ຢູ່ ກົມໃຫຍ່ເສນາທິການກອງທັບ, ກະຊວງປ້ອງກັນປະເທດ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ວິໄລວົງ ຈັນທະວີ ເປັນຮອງກົມຫົວໜ້າກົມສູ້ຮົບ, ສະຫາຍ ພັນໂທ ລອນ ແສງດາວເຮືອງ ເປັນຮອງຫົວໜ້າການທະຫານ ທັງເປັນ ຫົວໜ້າພະແນກອົບຮົມ ໂຮງຮຽນທະຫານຊາຍແດນ 712, ສະຫາຍ ພັນຕີ ທະນູສອນ ບົວລຸນທອງ ເປັນຫົວໜ້າການທະຫານ ສູນບັນຊາປ້ອງກັນອາກາດ 761 ແລະ ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານຢູ່ ກົມໃຫຍ່ເສນາທິການກອງທັບ ກົມໃຫຍ່ການເມືອງກອງທັບ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ກອງຄໍາ ສອນປະເສີດ ເປັນຫົວໜ້າພະແນກການ-ສັງລວມ ກົມສູ້ຮົບ, ສະຫາຍ ພັນໂທ ຄໍາພູນ ເລື່ອນສົມຫວັງ ເປັນຫົວໜ້າພະແນກກຽມພ້ອມສູ້ຮົບ ກົມສູ້ຮົບ, ສະຫາຍ ພັນໂທ ຈິດຕະພອນ ພັນວິໄລ ເປັນຫົວໜ້າພະແນກຍຸດໂທສາດ ກົມສູ້ຮົບ, ສະຫາຍ ພັນໂທ ສ້ອຍສຸວັນ ກຸ່ມພັກດີ ເປັນຮອງຫົວໜ້າພະແນກແຜນການ-ສັງລວມ ກົມສູ້ຮົບ, ສະຫາຍ ພັນໂທ ຄໍາຫຼ້າ ສິດທິພັນ ເປັນຮອງຫົວໜ້າພະແນກກຽມພ້ອມສູ້ຮົບ ກົມສູ້ຮົບ, ສະຫາຍ ພັນໂທ ເສົາສະຫວັນ ຄໍາພັດລືສີ ເປັນຮອງຫົວໜ້າພະແນກຍຸດໂທສາດ ກົມສູ້ຮົບ, ສະຫາຍ ພັນໂທ ກອງທະວີ ວົງປະເສີດ ເປັນຫົວໜ້າພະແນກສະໜາມຮົບ ກົມສູ້ຮົບ, ສະຫາຍ ພັນໂທ ບົວສະໄຫວ ຈໍາປາພັນ ເປັນຮອງຫົວໜ້າພະແນກສະໜາມຮົບ ກົມສູ້ຮົບ, ສະຫາຍ ພັນຕີ ແກ້ວປະເສີດ ຈັນທະຈັກ ເປັນຮອງຫົວໜ້າພະແນກນະໂຍບາຍ ຫ້ອງການເມືອງ, ສະຫາຍ ພັນໂທ ສຸລິກັນ ດວງປະເສີດ ເປັນຫົວໜ້າພະແນກຄົ້ນຄວ້າຫຼັກສູດ-ການຮຽນການສອນ ໂຮງຮຽນ 506, ສະຫາຍ ພັນຕີ ຄໍາຜົງ ຖະໜອນຮັກ ເປັນຫົວໜ້າພະແນກບໍລິຫານ-ສັງລວມ ໂຮງຮຽນ 506, ສະຫາຍ ພັນຕີ ສຸສະໃຫວ ໄຊຍະສານ ເປັນຮອງຫົວໜ້າພະແນກຄົ້ນຄວ້າຫຼັກສູດ-ການຮຽນການສອນ ໂຮງຮຽນ 506, ສະຫາຍ ພັນຕີ ສີແກ້ວ ຄໍາສູນ ເປັນຫົວໜ້າກອງພັນນັກຮຽນ ໂຮງຮຽນ 506, ສະຫາຍ ພັນຕີ ໝອນຕາ ກອງມະນີເຄິງ ເປັນຮອງການເມືອງກອງພັນນັກຮຽນ ໂຮງຮຽນ 506, ໄດ້ຜ່ານຄໍາສັ່ງຍົກຍ້າຍ ຂອງ ກົມໃຫຍ່ການເມືອງກອງທັບ ຕົກລົງ: ຍົກຍ້າຍ ພັນໂທ ແສນຄໍາ ຈະເລີນໄຊ ຫົວໜ້າພະແນກແຜນການ-ສັງລວມ ກົມສູ້ຮົບ ໄປໃຫ້ຫ້ອງການບໍລິຫານ ກົມໃຫຍ່ເສນາທິການກອງທັບ, ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການແຕ່ງຕັ້ງຫົວໜ້າ-ຮອງສູນສະຖານີ, ຄະນະບັນຊາສາຂາປະຈໍາແຂວງ ຂອງສູນສື່ສານກອງທັບ ຮັບໃຊ້ການນໍາ ແລະ ພາກລັດບໍລິຫານ 2061 ຈໍານວນ: 6 ສະຫາຍ ແລະ ໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ໃຫ້ນາຍທະຫານຢູ່ ກົມໃຫຍ່ເສນາທິການກອງທັບ ຈໍານວນ 54 ສະຫາຍ. ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ແລະ ເລື່ອນຊັ້ນ ຍົກສູງນໍ້າໃຈຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເພີ່ມທະວີຄວາມເປັນແບບຢ່າງນໍາໜ້າໃນທຸກໜ້າທີ່ວຽກງານ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ, ນໍາເອົາແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ ມາຈັດຕັ້ງເຊຶ່ອມຊຶມ ສຶກສາອົບຮົມການເມືອງ-ນໍາພາແນວຄິດ, ໃຫ້ພະນັກງານ-ນັກຮົບ, ສຸມເຫື່ອແຮງສະຕິປັນຍາ, ຄວາມຮູ້-ຄວາມສາມາດ ເຂົ້າໃນການປະຕິບັດໜ້າວິຊາສະເພາະ, ປັບປຸງເຫຼົ່າຮົບວິສາສະເພາະ, ກໍ່ສ້້າງ-ຄ້າຍຄູ ກົມກອງໃຫ້ມີບາດກ້າວພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ເຂັມພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ