ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ຄະນະ​ກອງ​ບັນຊາ​ການ​ທະຫານ​ແຂວງ ​ສາລະ​ວັນ ຢ້ຽມຢາມ ແລະ ອວຍພອນ ອະດີດ​ການ​ນຳ
ເວລາອອກຂ່າວ: 2025-01-23 08:42:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 250 | ຄວາມນິຍົມ:



ໃນ​ວັນ​ທີ 14 ມັງກອນ 2025, ຄະນະ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ນຳ​ໂດຍ ສະຫາຍ ພັນ​ເອກ ວິໄລ ພິມ​ມະ​ວົງ ຫົວໜ້າ​ຫ້ອງການ ກອງ​ບັນຊາ​ການ​ທະ ຫານ​ແຂວງ​ສາລະ​ວັນ ພ້ອມ​ດ້ວຍ​ຄະນະ ໄດ້​ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ອວຍພອນ ອະດີດ​ການ​ນຳ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ເຊັ່ນ: ສະຫາຍ ພັນ​ເອກ ອ໋ອດ ໄຊ​ຍະ​ວົງ ອະດີດ​ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ແລະ ສະຫາຍ ພັນ​ໂທ ສຸ​ນີ ແກ້ວ​ລາ​ວົງ ອະດີດ​ຫົວໜ້າ​ຫ້ອງ​ພາລາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ, ເນື່ອງ​ໃນ​ໂອກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025). ໃນ​ໂອກາດ​ດັ່ງກ່າວ​ນີ້, ຄະນະ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ໄດ້​ສະແດງ​ຄວາມ​ຮູ້​ບຸນຄຸນ ມາ​ຍັງ​ອະດີດ​ການ​ນຳ ແລະ ຄອບຄົວ​ອະດີດ​ການ​ນຳ ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ທີ່​ໄດ້​ສຸມ​ທຸກ​ສະຕິ​ປັນຍາ ແລະ ເຫື່ອແຮງ ເຂົ້າ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ກໍ​ຄື ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ກໍ​ຄື ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ເຊິ່ງ​ໄດ້​ກາຍເປັນ​ແບບຢ່າງ​ທີ່​ດີ ໃຫ້​ພະນັກງານ​ຮຸ່ນ​ສືບ​ທອດ​ຕະຫຼອດ​ມາ, ພ້ອມ​ທັງ​ອວຍພອນ​ໄຊ​ອັນ​ປະເສີດ ຕໍ່​ບັນດາ​ສະຫາຍ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ, ມີ​ພາ ລະ​ນາ​ໄມ​ສົມບູນ, ມີ​ຄວາມ​ຜາ​ສຸກ​ໃນ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ, ເປັນ​ຮົ່ມ​ໂພ ຮົ່ມ​ໄຊ ໃຫ້​ລູກ​ຫຼານ​ຮຸ່ນ​ສືບ​ທອດ​ຕໍ່ໆ​ໄປ. ໂດຍ: ສຸ​ຂາວ​ພອນ ສອນ​ນາລີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ