
ກອງພົນທີ 1 ເປີດບັ້ນອົບຮົມ-ຫັດແອບ ປະຈຳປີ 2025
ເວລາອອກຂ່າວ: 2025-01-23 08:49:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 271 | ຄວາມນິຍົມ:
ໃນວັນທີ 15 ມັງກອນ 2025 ນີ້, ກອງພົນທີ 1 ໄດ້ເປີດບັ້ນອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ, ໂດຍການເປັນປະທານຂອງສະຫາຍ ພັນເອກ ຄຳຊາວ ລິນທະກຸນແກ້ວ ຫົວໜ້າການທະຫານກອງພົນທີ1, ມີບັນດາອົງການ 05 ຫ້ອງ, ກອງພັນນ້ອຍ, ກອງຮ້ອຍເອກະລາດ, ພະນັກງານຫຼັກແຫຼ່ງທົ່ວກອງພົນເຂົ້າຮ່ວມ.
ສະຫາຍ ພັນໂທ ທອງຈັນ ເຍ່ຍຕູ້ ຮອງຫົວໜ້າຫ້ອງເສນາທິການ ໄດ້ຜ່ານແຜ່ນອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ປະຈຳປີ 2025. ອີງຕາມຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບວ່າດ້ວຍການອົບຮົມ-ຫັດແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກໃຫ້ບັນດາກົມກອງ, ກຳລັງຫຼວງ, ກຳລັງທ້ອງຖິ່ນໃນທົ່ວກອງທັບປະຈຳປີ 2025 ອີງຕາມ ຄຳສັ່ງແນະນຳຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອົບຮົມຫັດແອບປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍປະຈຳປີ 2025 ອີງຕາມຜົນການກວດກາ ສະຫຼຸບຕີລາຄາຜົນໄດ້ຮັບໃນການຈັດຕັ້ງອົບຮົມ-ຫັດແອບປະຈຳປີ 2024 ຂອງກອງພົນທີ 1 ໃນໄລຍະຜ່ານມາ, ເພື່ອຈັດຕັ້ງປະຕິບັດແຜນການອົບຮົມຫັດແອບ, ປັບປຸງລະບຽບແບບແຜນ ເຝິກຝົນກຳລັງແຮງກາຍ ຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ຮັບຜົນດີ ແລະ ມີປະສິດທິພາບສູງ ປະຕິບັດເນື້ອໃນ 04 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະຄະນະພັກກະຊວງປ້ອງກັນປະເທດວາງອອກ. ການອົບຮົມໃນຄັ້ງນີ້ກໍ່ເພື່ອເປັນການຍົກລະດັບຄວາມຮູ້, ຄວາມສາມາດ ດ້ານສິນລະປະຍຸດ, ຍຸດທະວິທີ ແລະ ຍົກລະດັບວິຊາສະເພາະຮັບປະກັນການກຽມພ້ອມສູ້ຮົບ ໃນທຸກເງື່ອນໄຂກໍລະນີ ສາມາດເຮັດໜ້າທີ່ການເມືອງຂອງກົມກອງ, ທັງເປັນການກະຕຸກຊຸກຍູ້ ໃຫ້ບັນດາກົມກອງຕັ້ງໜ້າປະຕິບັດຂໍ້ກຳນົດກົດລະບຽບຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ, ປັບປຸງຫັນເອົາກົມກອງເຂົ້າສູ່ລະບຽບແບບແຜນ, ມີລະບຽບວິໃນເຂັ້ມງວດ
ແລະ ມີແບບແຜນທັນສະໄໝ, ເພື່ອເຝິກຝົນໃຫ້ນາຍ ແລະ ພົນທະຫານ, ມີສຸຂະພາບເຂັ້ມແຂງ, ທົນທານແຂ່ງແກ່ນ, ກຽມພ້ອມຜ່ານຜ່າອຸປະສັກຄວາມຫຍຸ້ງຍາກນາໆປະການທີ່ຈະເກີດຂຶ້ນ ເພື່ອໃຫ້ນາຍ ແລະ ພົນທະຫານ, ມີຄວາມສາມາດທີ່ແນ່ນອນ, ມີພິກໄຫວ, ຄ່ອງແຄ້ວໃນການກຽມພ້ອມສູ້ຮົບ ເພື່ອຕອບຕ້ານໃນທຸກກໍລະນີທີ່ອາດຈະເກີດຂຶ້ນ ແລະ ຮູ້ໝູນໃຊ້ບັນດາບົດຮຽນທີ່ຮຽນມາ, ເຝິກຝົນດ້ານມັນສະໝອງກຳລັງແຮງກາຍສ້າງຄວາມຊິນເຄີຍບັນດາແຜນການ ແລະ ບົດຫັດແອບຕ່າງໆຂອງກົມກອງ. ເນື້ອໃນບົດຮຽນທີ່ນຳມາອົບຮົມມີຄື: ອົບຮົມການເມືອງ 15 ວັນ, ອົບຮົມການທະຫານ 135 ວັນ, ອົບຮົມພະລາທິການ 15 ວັນ, ອົບຮົມເຕັກນິກ 15 ວັນ ລວມທັງມົດ 180 ວັນ.
ໂດຍ: ຄຳພຸດ ພານຸວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ