ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ຫ້ອງການ​ວິທະຍາຄານ​ທິດ​ສະ​ດີ​ການເມືອງ ​ປກສ ອວຍພອນ ຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງງານ​ເກີບ​ທັນວາ​ກອງທັບ
ເວລາອອກຂ່າວ: 2025-01-23 08:53:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 226 | ຄວາມນິຍົມ:



ວັນ​ທີ 16 ມັງກອນ 2025 ນີ້, ສະຫາຍ ພັນ​ໂທ ປທ ສິນໄຊ ພິລາ​ສຸກ ຫົວໜ້າ​ຫ້ອງການ​ວິທະ ຍາຄານ​ທິດ​ສະ​ດີ​ການເມືອງ ​ປກສ ພ້ອມ​ດ້ວຍ​ຄະນະ​ໄດ້​ນຳ ​ເອົາ​ກະຕ່າ​ຂອງຂວັນ​ເຂົ້າ​ອວຍ ພອນຄະນະ​ພັກ-ຄະນະ​ອຳນວຍ​ການ​ໂຮງງານ​ເກີບ​ທັນວາ​ກອງ ທັບ, ເນື່ອງ​ໃນ​ໂອກາດ​ວັນ​ສ້າງ ຕັ້ງ​ກອງທັບ​ປະຊາຊົນ​ລາວ ​ຄົບ ຮອບ 76 ປີ ໃຫ້ການ​ຕ້ອນຮັບ​ໂດຍ ສະຫາຍ ພັນ​ໂທ ລຳ​ເງິນ ສິລິຂັນ ຫົວໜ້າ​ການເມືອງ​ໂຮງ ງານ​ເກີບ​ທັນວາ​ກອງທັບ ພ້ອມ​ດ້ວຍ​ຄະນະ. ໂອກາດ​ດັ່ງກ່າວ​ນີ້, ສະຫາຍ ພັນ​ໂທ ລຳ​ເງິນ ສິລິ​ຂັນ ໄດ້​ກ່າວ​ສະແດງ​ຄວາມ​ຕ້ອນຮັບ​ອັນ​ອົບ​ອຸ່ນ ແລະ ກ່າວ​ອວຍພອນ​ໄຊ​ອັນ​ປະເສີດ​ມາ​ຍັງ ສະຫາຍ ພັນໂທ ​ປທ ສິນ​ໄຊ ພິລາ​ສຸກ ຫົວໜ້າ​ຫ້ອງການ​ວິທະຍາຄານ​ທິດສະ ​ດີ​ການເມືອງ ​ປກສ ພ້ອມດ້ວຍ​ ຄະນະ ທີ່​ໄດ້​ນຳ​ເອົາ​ກະຕ່າ​ຂອງ ຂວັນ ແລະ ກ່າວ​ຄວາມ​ຍື້​ຢາມ​ຖາມ​ຂ່າວ​ເຖິງ​ພະນັກງານ-ນັກ ຮົບ, ພ້ອມ​ທັງ​ອວຍພອນ​ໄຊ​ອັນ​ປະ​ສີດ​ໃຫ້​ນາຍ ແລະ ພົນ​ຕຳຫຼວດ​ທຸກ​ສະຫາຍ, ເວົ້າ​ລວມ, ເວົ້າ​ສະເພາະ, ກໍ​ຄື​ນາຍ ແລະ ພົນ​ຕຳຫຼວດ ຫ້ອງການ​ວິທະຍາຄານ​ທິດ​ສະ​ດີ​ການເມືອງ ​ປກສ ຈົ່ງ​ມີ​ແຕ່​ສຸຂະພາບ​ແຂງແຮງ, ມີ​ພາລະ​ນະ​ໄມ​ສົມບູນ, ພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່​ວຽກ​ງານ​ການເມືອງ​ຂອງ​ພັກ​ໃນ​ໄລ​​ະ​ຍະ​ໃໝ່ ທີ່​ການຈັດຕັ້ງ​ພັກ-ລັດ​ມອບ​ໝາຍ​ໃຫ້ ໂດຍ: ຄຳ​ປະສົງ ລາດ​ຊະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ