ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 06 ກຸມພາ 2025

  

ເມືອງ​ບາ​ຈຽງ​ຈະເລີນ​ສຸກ ຖື​ເອົາ​ວຽກ​ງານ ປກຊ-​ປກສ ເປັນ​ສຳຄັນ
ເວລາອອກຂ່າວ: 2025-01-23 08:54:24 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 210 | ຄວາມນິຍົມ:



ໃນ​ໄລຍະ 5 ປີຜ່ານມາ ເມືອງ​ບາ​ຈຽງ​ຈະເລີນ​ສຸກ ແຂວງ​ຈຳປາ​ສັກ ແມ່ນ​ຮັກສາ​ໄດ້​ຄວາມ​ໜັກ​ແໜ້ນ ເຂັ້ມແຂງ ທາງ​ດ້ານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ (​ປກຊ-​ປກສ) ທັງ​ນີ້​ກໍ​ເນື່ອງ ​ຈາກວ່າ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ໄດ້​ເອົາໃຈໃສ່​ນຳພາ-ຊີ້​ນຳ​ປັບປຸງ​ຕາ​ນ່າງ ​ປກຊ-​ປກສ ຢ່າງ​ຕໍ່​ເນື່ອງ ແລະ ຫັນ​ວຽກ​ງານ​ດັ່ງກ່າວ​ເປັນ​ໜ້າທີ່​ຂອງ​ທົ່ວ​ປວງ​ຊົນ​ຮອບດ້ານ​ຂອງ​ພັກ. ສະຫາຍ ພັນ​ໂທ ສີ​ພູມ ທອງສະໝຸດ ກຳມະການ​ພັກ​ເມືອງ ເລຂາ​ຄະນະ​ພັກ​ຮາກ​ຖານ ຫົວໜ້າ​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ເມືອງ​ບາ​ຈຽງ​ຈະເລີນ​ສຸກ ແຂວງ​ຈຳປາ​ສັກໃຫ້​ຮູ້​ວ່າ: ໃນ​ໄລຍະ​ຜ່ານ​ມາ​ໄດ້​ສຸມ​ໃສ່​ການ​ປັບປຸງ​ກໍ່ສ້າງ​ບ້ານ​ຕົວ​ແບບ ເຮັດ​ວຽກ​ງານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ-ປ້ອງ​ກັນ​ຄວາມ​ສະຫງົບ​ດີ ໃຫ້​ໄປ​ຕາມ​ມາດຖານ​ເງື່ອນໄຂ, ຮັບປະກັນ​ໄດ້​ທາງ​ດ້ານ​ຄຸນະພາບ ແລະ ປະລິມານ ໂດຍ​ເລັງ​ໃສ່​ການ​ປັບປຸງ​ກໍ່ສ້າງ ແລະ ນຳພາ​ກຳລັງ ​ປກຊ-​ປກສ ບ້ານ ໃຫ້​ມີ​ຄວາມ​ຮັບ​ຮູ້-ເຂົ້າໃຈ ໃນ​ການເຄື່ອນໄຫວ​ໜ້າທີ່​ຕາມ​ພາ ລະ​ບົດບາດ ແລະ ໜ້າທີ່​ຄວາມ​ຮັບຜິດຊອບ ເຮັດ​ໃຫ້​ກຳລັງ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ເປັນ​ກຳລັງ​ຫຼັກ​ແຫຼ່ງ ເຮັດ​ວຽກ​ງານ​ປ້ອງ​ກັນ​ຄວາມ​ສະຫງົບຢູ່​ຂັ້ນ​ຮາກ​ຖານ​ບ້ານ​ໄດ້​ເປັນ​ຢ່າງ​ດີ. ສຳລັບ​ວຽກ​ງານ​ຮາກ​ຖານ​ໃນ​ໄລຍະ​ຜ່ານ​ມາ ສາມາດ​ປະກາດ ແລະ ຮັບຮອງ​ເປັນ​ບ້ານ​ຕົວ​ແບບ​ດ້ານ​ວຽກ​ງານ ​ປກຊ-​ປກສ ໄດ້ 47 ບ້ານ ເທົ່າ​ກັບ 100% ຂອງ​ຈຳນວນ​ບ້ານ​ທັງ​ໝົດ​ໃນ​ທົ່ວ​ເມືອງ. ພ້ອມ​ນີ້, ໃນ​ແຕ່​ລະ​ປີກໍ​ໄດ້​ ເຄື່ອນ​ໄຫວ​ຕິດຕາມ​ກວດກາ ແລະ ຊຸກຍູ້​ປະ​ເມີນ​ຜົນ​ຄືນ ໃນ​ແຕ່​ລະ​ໄລຍະ ເພື່ອ​ຮັບປະກັນ​ໄດ້ໃນ​ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ, ບ້ານ​ປ້ອງ​ກັນ​ຄວາມ​ສະຫງົບ​ດີ ແລະ ມີ​ຫຼາຍ​ບ້ານ​ໄດ້​ຮັບ​ໃບຢັ້ງຢືນ​ເປັນ​ບ້ານ​ປ້ອງ​ກັນ​ຄາມ​ສະຫງົບ​ດີ 3 ປີ​ຊ້ອນ 46 ບ້ານ ມີ 11.678 ຄອບຄົວ. ສຳລັບ​ການຈັດຕັ້ງ​ປະຕິບັດ​ວາລະ​ແຫ່ງ​ຊາດ ວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ໂດຍ​ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງກົມ​ການເມືອງ​ສູນ​ກາງ​ພັກ ສະບັບ​ທີ 02/​ກມສພ ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ນຳພາ-ຊີ້​ນຳ​ຂອງ​ຄະນະ​ພັກ, ຄະນະ​ນຳ​ແຕ່​ລະ​ຂັ້ນ​ຕໍ່​ການ​ສະກັດ​ກັ້ນ ແລະ ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ ວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ, ຄະນະ​ພັກ​ຮາກ​ຖານ​ປ້ອງ​ກັນ​ຄວາມ​ສະຫງົບ​ເມືອງ ໄດ້​ສ້າງ​ແຜນ ແລະ ປັບປຸງ​ນິຕິ​ກຳ​ຈຳນວນ​ໜຶ່ງ ເພື່ອ​ເປັນ​ບ່ອນ​ອີງ​ແກ່​ການຈັດຕັ້ງ​ປະຕິບັດ ໂຄສະນາ​ເຜີຍແຜ່​ການ​ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ, ຜົນ​ຮ້າຍ ແລະ ໄພ​ອັນຕະລາຍ​ຂອງ​ຢາ​ເສບ​ຕິດ, ການ​ຄ້າ​ມະນຸດ, ປະ ມວນ​ກົດໝາຍ​ອາຍາ, ລະບຽບ​ການ​ສັນຈອນ​ຕາມ​ທ້ອງ​ຖະໜົນ ແລະ ນິຕິ​ກຳ​ອື່ນໆ ໄດ້ 65 ຄັ້ງ, ມີ​ຜູ້​ເຂົ້າ​ຮ່ວມ 9.580 ຄົນ ຍິງ 3.779 ຄົນ. ນອກ​ນັ້ນ​ຍັງ​ມີ​ການ​ຕິດ​ຕັ້ງ​ປ້າຍ​ໂຄສະນາ ຢູ່​ຕາມ​ພື້ນ​ທີ່​ຈຸດ​ສຸມ​ທີ່​ມີ​ຄວາມ​ສ່ຽງ​ຕ່າງໆ, ໄດ້​ປັບປຸງ​ກົງຈັກ​ການຈັດຕັ້ງ​ຂັ້ນ​ພະ​ແນກ ແລະ ບັນຈຸ​ຊັບຊ້ອນ​ນາຍ ແລະ ພົນ​ຕຳຫຼວດ​ຢູ່​ແຕ່​ລະ​ຂັ້ນ ໄດ້​ຮັບ​ອຸປະກອນ​ຮັບ​ໃຊ້ ກ່ຽວ​ກັບ​ວຽກ​ງານ​ແກ້​ໄຂ​ຢາ​ເສບ​ຕິດ​ຕ່າງໆ ເຊັ່ນ: ເສື້ອ​ເກາະ​ກັນ​ກະສຸນ, ເຄື່ອງ​ກວດ​ປັດ​ຢ້ຽວ ເພື່ອ​ຊອກ​ຫາ​ສານ​ເສບ​ຕິດ ແລະ ອື່ນໆ ການ​ແກ້​ໄຂ ໃນ 3 ປີຜ່ານ ມາສາມາດ​ເລີກ​ຮື້​ກຸ່ມ​ຄ້າ-ຂາຍ ແລະ ມົ້ວ​ສຸມ​ເສບ​ຢາ​ເສບ​ຕິດ ໄດ້ 361 ລາຍ, ກັກ​ຕົວ​ຕ້ອງ​ຫາ ໄດ້ 528 ຄົນ ຍິງ 15 ຄົນ ພ້ອມ​ເຄື່ອງ​ຂອງ​ກາງ ປະເພດ​ຢາ​ບ້າ 163.142 ເມັດ, ຢາ​ໄອ 2 ຖົງ​ນ້ອຍ, ປືນ​ດັດແປງ 4 ກະບອກ, ປືນ​ແກັບ 12 ກະບອກ, ລູກປືນ AK ຈຳນວນ 11 ລູກ ແລະ ວັດຖຸ​ມີຄ່າ​ຈຳນວນ​ໜຶ່ງ. ພ້ອມ​ນີ້, ກຳລັງ ​ປກສ ເມືອງ ຍັງ​ໄດ້​ສົມທົບ​ກັບ​ກຳລັງ ​ປກສ ບ້ານ ໃນ 47 ບ້ານ ເພື່ອ​ເຮັດ​ໜ້າ ທີ່​ເຄື່ອນ​ໄຫວ​ໂຄສະນາ​ເຜີຍແຜ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ລະບຽບ​ກົດໝາຍ​ຂອງ​ລັດ​ທີ່​ວາງ​ອອກ​ໃນ​ແຕ່​ລະ​ໄລຍະ, ເກັບ​ກຳ​ຂຶ້ນ​ສະຖິຕິ​ເປົ້າ​ໝາຍ​ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ໃນ​ສັງຄົມ, ເກັບ​ກຳ​ປັດ​ໄຈ​ໜໍ່​ແໜງ​ຂອງ​ຄວາມ​ບໍ່​ສະຫງົບ​ທາງ​ດ້ານ​ການເມືອງ ໂດຍ​ສະ ເພາະ​ໄດ້​ສຸມ​ໃສ່​ແກ້​ໄຂ​ບັນຫາຢາ​ ເສບ​ຕິດ ໃນ​ໄລຍະ​ປະຕິບັດ​ວາ ລະ​ແຫ່ງ​ຊາດໃຫ້​ມີ​ໝາກຜົນສູງ, ເອົາໃຈໃສ່​ພົວພັນ​ໃນ​ການ​ປະ ສານ​ສົມທົບ​ກັບ​ບັນດາ​ເມືອງ, ແຂວງ​ທີ່​ມີ​ເຂດ​ເຊື່ອມ​ຕໍ່​ເພື່ອ​ແລກປ່ຽນ​ສະພາບ​ຮອບດ້ານ​ເປັນຕົ້ນ ເມືອງ​ເລ​​ົ່າ​ງາມ, ນະຄອນ​ປາກ​ເຊ, ເມືອງ​ປາກ​ຊ່ອງ, ເມືອງ​ຊະນະ​ສົມບູນ, ເມືອງ​ໂພນ​ທອງ ແລະ ບັນດາ​ບໍລິສັດ, ໂຮງງານ​ຂອງ​ຕ່າງປະເທດທີ່​ມາ​ລົງທຶນ​ຢູ່​ເມືອງ​ບາ​ຈຽງ​ຈະເລີນ​ສຸກ ເພື່ອ​ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ສະຫງົບ​ໂດຍ​ພື້ນຖານ. ສະຫາຍ ພັນ​ໂທ ສີ​ພູມ ທອງ​ສະໝຸດ ກ່າວ​ຕື່ມ​ວ່າ: ສຳລັບ​ແຜນການເຄື່ອນໄຫວ​ນຳພາ-ຊີ້​ນຳ ວຽກ​ງານ​ໃນຕໍ່ໜ້າ​ນີ້, ຄະນະ​ພັກ-ຄະນະ​ນຳ ​ປກຊ-​ປກສ ເມືອງ​ບາ​ຈຽງ​ຈະເລີນ​ສຸກ ຈະ​ສຸມ​ໃສ່​ຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ ແລະ ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ຄະນະ​ພັກ ແຕ່​ລະ​ຂັ້ນ ໃຫ້​ເຂົ້າ​ສູ່​ລວງ​ເລິກ ແລະ ສ້າງ​ການ​ຫັນປ່ຽນ​ໃໝ່​ທີ່ແທ້​ຈິງ, ໃນ​ນັ້ນ​ບັນດາ​ໜ້າ​ວຽກ​ທີ່​ເປັນ​ຈຸດ​ສຸມ​ໃນ​ການ​ນຳພາ ກໍ​ຄື​ ວຽກ​ກໍ່ສ້າງ​ພັກ-ພະນັກງານ ໃນ​ກຳລັງ ​ປກຊ-​ປກສ ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ຈົ່ງ​ຮັກ​ພັກດີ​ຕໍ່​ປະເທດ​ຊາດ ແລະ ປະຊາຊົນ, ສ້າງ​ກຳລັງ​ໃຫ້​ຮັບປະກັນ​ທັງ 3 ຮຸ່ນ ໄປ​ພ້ອມ​ກັບ​ການ​ປັບປຸງ​ກົງຈັກ​ການຈັດຕັ້ງ ໃຫ້​ໜັກ​ແໜ້ນ ເຂັ້ມແຂງ. ໂດຍ: ເກດສະໜາ ແກ້ວ​ສຸວັນນະ​ແສງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ