ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ກົມເສນາຮັກ ແລະ ໂຮງໝໍ 5 ເມສາ ປກສ ອວຍພອນ ຄະນະບັນຊາວິທະຍາຄານການແພດກອງທັບ
ເວລາອອກຂ່າວ: 2025-01-23 14:25:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 419 | ຄວາມນິຍົມ:



ວັນທີ 21 ມັງກອນ 2025 ນີ້, ສະຫາຍ ພັນເອກ ດຣ ຈັນທະວົງ ເພັດຊົມພູ ຮອງອໍານວຍການໂຮງໝໍ 5 ເມສາ ແລະ ສະຫາຍ ພັນໂທ ບຸນແກ້ວ ບຸນມາວົງຄໍາ ຫົວໜ້າຫ້ອງອົບຮົມ ກົມເສນາຮັກ ປກສ ພ້ອມຄະນະທັງສອງພາກສ່ວນ, ໄດ້ນໍາເອົາກະຕ່າຂອງຂວັນເຂົ້າອວຍພອນ ຄະນະບັນຊາວິທະຍາຄານການແພດກອງທັບ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 76 ປີ (20 ມັງກອນ 1949 – 20 ມັງກອນ 2025), ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ດຣ ສຸລິວົງ ລັດວິໄລ ຫົວໜ້າການເມືອງ ວິທະຍາຄານການແພດກອງທັບ ພ້ອມຄະນະ. ຄະນະພັກ-ຄະນະບັນຊາ ກົມເສນາຮັກ ແລະ ໂຮງໝໍ 5 ເມສາ ປກສ ໄດ້ກ່າວສະແດງຄວາມຍິນດີຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງທີ່ ກອງທັບປະຊາຊົນລາວ ເວົ້າລວມ ເວົ້າສະເພາະ ກໍ່ແມ່ນ ວິທະຍາຄານການແພດກອງທັບ ຍາດມາໄດ້ຕະຫຼອດໄລຍະ 76 ປີ. ພ້ອມທັງກ່າວອວຍພອນໄຊໃຫ້ ສະຫາຍ ພົນຈັດຕະວາ ດຣ ສຸລິວັງ ລັດວິໄລ ພ້ອມດ້ວຍຄະນະ ຕະຫຼອດຮອດນາຍ ແລະ ພົນທະຫານ, ນັກສຶກສາທົ່ວ ວິທະຍາຄານການແພດກອງທັບ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ທີ່ການຈັດຕັ້ງມອບມາຍໃຫ້. ໂອກາດດຽວກັນ, ສະຫາຍ ພົນຈັດຕະວາ ດຣ ສຸລິວົງ ລັດວິໄລ ຕາງໜ້າໃຫ້ຄະນະນໍາ ວິທະຍາຄານການແພດກອງທັບ ກໍ່ຄືນາຍ ແລະ ພົນທະຫານ, ສະແດງຄວາມຂອບໃຈຕໍ່ຄະນະ ກົມເສນາຮັກ ແລະ ໂຮງໝໍ 5 ເມສາ ປກສ ທີ່ເຫັນໄດ້ເຖິງຄວາມໝາຍ ຄວາມສໍາຄັນຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ ແລະ ອວຍພອນໄຊໃຫ້ທັງສອງຄະນະ ຈົ່ງມີຄວາມຜາສຸກ, ສຸຂະພາບແຂງແຮງ, ສືບຕໍ່ນໍາພາ-ຊີ້ນຳກົມກອງຂອງຕົນໃຫ້ເຕີບໃຫຍ່ເຂັ້ມແຂງຍິ່ງໆຂຶ້ນ. ໂດຍ: ວົງໄຊ ຄຳຫຼ້າ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ