ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ກຸມພາ 2025

  

ຄະນະ​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ຈຳປາ​ສັກ ອວຍພອນ ຄະນະ​ກອງ​ບັນຊາ​ການ​ທະ​ຫານ​​ເເຂວງ​ຈຳປາ​ສັກ
ເວລາອອກຂ່າວ: 2025-01-24 09:08:29 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1093 | ຄວາມນິຍົມ:



ວັນ​ທີ 15 ມັງກອນ 2025, ຄະນະ​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ແຂວງ​ຈຳປາ​ສັກ ນຳ​ໂດຍ ສະຫາຍ ພັນ​ເອກ ບຸນ​ອ່ຽງ ພັນ​ວົງສາ ຮອງ​ຫົວໜ້າ​ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ຈຳປາ​ສັກ ພ້ອມ​ດ້ວຍ​ຄະນະ ໄດ້​ເຂົ້າ​ອວຍພອນ ຄະນະ​ກອງ​ບັນຊາ​ການ​ທະ​ຫານ​​ເເຂວງ​ຈຳປາ​ສັກ ເນື່ອງ​ໃນ​ໂອ ກາດ​ວັນ​ສ້າງຕັ້ງ​ກອງທັບ​ປະຊາ ຊົນ​ລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025), ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພັນ​ເອກ ສິດ​ປະເສີດ ນວນ​ມະນີ​ວົງ ຫົວໜ້າ​ການ​ທະຫານ​ກອງ​ບັນຊາ​ການ​ທະ​ຫານ​​ເເຂວງ​ຈຳປາ​ສັກ ພ້ອມ​ດວ້ຍ​ຄະນະ. ສະຫາຍ ພັນ​ເອກ ສິດ​ປະເສີດ ນວນ​ມະນີ​ວົງ ໄດ້​ຕາງໜ້າ​ຄະນະສະແດງ​ຄວາມ​ຂອບໃຈ ຕໍ່ຄະ ນະນຳ​ກຳລັງ​ປຫ້ອງ​ກັນ​ຄວາມ​ສະຫງົບ​ແຂວງ​ຈຳປາ​ສັກ ທີ່​ໄດ້​ເຂົ້າ​ມາ​ອວຍພອນ​ໃນ​ຄັ້ງ​ນີ້ , ເຊິ່ງ​ເປັນ​ການ​ຮັດ​​ເເໜ້ນ​ຄວາມ​ສາມັກຄີ ລະຫວ່າງ ສອງ​ກຳລັງ ເວົ້າ​ລວມ, ເວົ້າ​ສະເພາະ ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ກັບ ກອງ​ບັນຊາ​ການ​ປ້ອງ​ກັນ​ຄວາມ​ສະຫງົບ ໃຫ້​ນັບ​ມື້​​ເເໜ້ນເເຟ້ນ​ຍິ່ງໆ​ຂຶ້ນ. ໂດຍ: ນາງ ສິລິ​ຄານ ສີດາ​ວົງ ພາບ: ນາງ ສົມ​ພອນ ​ເເກ້ວ​ມະນີ​ໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ