
ຫ້ອງເຕັກນິກ ທະຫານແຂວງອຸດົມໄຊ ສະຫຼຸບຮຽນວຽກງານຮອບດ້ານ ປະຈຳປີ 2024
ເວລາອອກຂ່າວ: 2025-01-24 10:27:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 480 | ຄວາມນິຍົມ:
ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຮອບດ້ານ ປະຈຳປີ 2024 ແລະ ວາງທິດທາງແຜນການ ປະຈຳປີ 2025 ຂອງຫ້ອງເຕັກນິກ ກອງບັນຊາການທະຫານແຂວງອຸດົມໄຊ, ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະພັກ-ຄະນະຫ້ອງ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ຄຳເມົ້າ ໄຊຍະເພັດ ຮອງຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຜ່ານບົດສະຫຼຸບສັງລວມໝາກຜົນ ການຈັດຕັ້ງປະຕິບັດວຽກງານຮອບດ້ານໄລຍະ 1 ປີຜ່ານມາ, ໂດຍຍົກໃຫ້ເຫັນຫຼາຍດ້ານທີ່ພົ້ນເດັ່ນ, ຜ່ານມາຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ຊີ້ນຳວຽກງານປະຈຳການ ກຽມພ້ອມສູ້ຮົບ, ກອບກູ້ໄພພິບັດ, ມີກຳລັງປະຈຳການ, ວັດຖຸ ແລະ ພາຫະນະປະຈຳການຕະຫຼອດ 24 ຊົ່ວໂມງ, ໄປພ້ອມກັບການ ເຝິກແອບ, ປັບປຸງລະບຽບແບບແຜນ, ເຝິກຝົນຫຼໍ່ຫຼອມກຳລັງແຮງກາຍ ຂອງນາຍ ແລະ ພົນທະຫານ ປະຈຳປີ ເຊິ່ງໄລຍະຜ່ານມາ ສາມາດຮັບປະກັນຄວາມສະຫງົບປອດໄພໄດ້ 100%. ນອກນີ້, ຍັງໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງທາງດ້ານການເມືອງ-ນຳພາແນວຄິດມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ, ຕິດພັນກັບການກໍ່ສ້າງພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ໂດຍຖືເອົາຄຸນນະພາບເປັນກົກ, ສະແດງອອກໄດ້ຄຸ້ມຄອງລົດທັງໝົດ 57 ຄັນ, ເຮືອ 4 ລໍາ, ຮັບເຄື່ອງອາໄລລົດນຳກົມທີ່ກ່ຽວຂ້ອງ ຈຳນວນ 7 ລາຍການ, ເບີກຈ່າຍເຄື່ອງອາໄຫຼ່ລົດໃຫ້ບັນດາກົມກອງ ຈຳນວນ 12 ລາຍການ, ກວດເຊັກ ແລະ ສ້ອມແປງລົດໄດ້ທັງໝົດ 63 ຄັນ, ອັດສີດລົດ 63 ຄັນ, ເບີກຈ່າຍເຄື່ອງມືສ້ອມແປງໃຫ້ບັນດາກົມກອງ 22 ລາຍການ, ສ້ອມແປງປືນໄດ້ 135 ກະບອກ, ເບີກຈ່າຍເຄື່ອງ ກຸ່ມ III ຈຳນວນ 117 ລາຍການ. ນອກຈາກນັ້ນ, ໄດ້ນຳພາ-ຊີ້ນຳພະນັກງານ-ນັກຮົບ ປູກພືດ-ຜັກຕາມລະດູການ ເພື່ອສ້າງເປັນພະລາທິການກັບທີ່ຕາມທ່າແຮງຂອງຄອບຄົວ ແລະ ກົມກອງ.
ສະຫາຍ ພົນຈັດຕະວາ ຄຳເຜີຍ ໂສມພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບມີແນວຄິດໜັກແໜ້ນ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ, ໃນການນຳໃຊ້ການຄຸ້ມຄອງ, ປົກປັກຮັກສາພາຫະນະ, ອາວຸດ-ລູກກະສຸນ ໃຫ້ຖືກຕ້ອງກັບຂໍ້ກຳນົດ, ຖືກກັບເຕັກນິກ, ວິທະຍາສາດ ແລະ ປົກປັກຮັກສາ ຮັບປະກັນຄຸນຄ່າກັບການໃຊ້ງານໃຫ້ໄດ້ຍາວນານ, ປັບປຸງແບບແຜນວິທີເຮັດໃຫ້ສອດຄ່ອງ, ບົນພື້ນຖານວຽກງານພະລາທິການ-ເຕັກນິກຂອງກົມກອງໃຫ້ມີຄວາມພ້ອມ ແລະ ຮັບປະກັນຢູ່ສະເໝີ.
ໂດຍ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ