ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ກຸມພາ 2025

  

ປະກາດແຕ່ງຕັ້ງໜ້າທີ່ພະນັກງານ ຂັ້ນພະແນກການ ຂຶ້ນກັບຫ້ອງພະລາທິການ ກອງພົນທີ 1
ເວລາອອກຂ່າວ: 2025-01-24 10:29:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 587 | ຄວາມນິຍົມ:



ວັນທີ 23 ມັງກອນ 2025 ນີ້, ໄດ້ມີພິທີ ປະກາດການຈັດຕັ້ງໜ້າທີ່ໃຫ້ພະນັກງານ ຂັ້ນ ພະແນກການ ຂຶ້ນກັບ ຫ້ອງພະລາທິການ ກອງພົນທີ 1, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສົມໃຈ ຄໍາມະນີ ຫົວໜ້າກົມກໍ່ສ້າງ-ຄຸ້ມຄອງຊັບສິນ ກົມໃຫຍ່ພະລາທິການກອງທັບ, ມີຄະພັກ-ຄະນະບັນຊາ ກອງພົນທີ 1, ອົງການ 5 ຫ້ອງ, ພະແນກການ ພ້ອມດ້ວຍພະນັກງານພາຍໃນຫ້ອງພະລາທິການ ເຂົ້າຮ່ວມ. ສະຫາຍ ພັນໂທ ໄຊສະຫວາດ ໄຊແກ້ວປະເສີດ ຫົວໜ້າພະແນກແຜນການ-ສັງລວມ ກົມກໍ່ສ້າງ-ຄຸ້ມຄອງຊັບສິນ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງໜ້າທີ່ຂັ້ນພະແນກການ ທີ່ຂຶ້ນກັບຫ້ອງພະລາທິການ ກອງພົນທີ 1. ກົມໃຫຍ່ການເມືອງກອງທັບ ຕົກລົງແຕ່ງຕັ້ງ: ສະຫາຍ ພັນໂທ ວັນທອງ ສີບຸນເຮືອງ ເປັນຫົວໜ້າພະແນກກໍ່ສ້າງ-ຄຸ້ມຄອງຊັບສິນ ກອງພົນທີ 1, ສະຫາຍ ຮ້ອຍເອກ ເພັດສະໝອນ ເປັນຮອງຫົວໜ້າພະແນກກໍ່ສ້າງ-ຄຸ້ມຄອງຊັບສິນ ກອງພົນທີ 1. ສະຫາຍ ປະທານ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່, ພ້ອມທັງເນັ້ນໜັກໃຫ້ທຸກສະຫາຍຈົ່ງພ້ອມກັນເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງ; ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງດ້ານການເມືອງ-ແນວຄິດ, ຄວາມຮູ້ຄວາມສາມາດ ເພື່ອຍົກລະດັບການບັງຄັບບັນຊາດ້ານການທະຫານໃນກອງທັບແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ; ຍົກສູງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ເພີ່ມທະວີຄວາມເປັນແບບຢ່າງນຳໜ້າໃນໜ້າທີ່ວຽກງານ ແລະ ຂະບວນການຕ່າງໆ. ຄຽງຄູ່ກັບການພັດທະນາກົມກອງໃຫ້ດີຂຶ້ນ, ພ້ອມກັນປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ໝັ້ນຄົງຕະຫຼອດໄປ. ເນື່ອງໃນໂອກາດທີ່ສະຫາຍຫົວໜ້າກົມກໍ່ສ້າງ-ຄຸ້ມຄອງຊັບສິນ ໄດ້ເຄື່ອນໄຫວມາເຮັດວຽກຢູ່ກອງພົນທີ 1 ສະຫາຍ ພັນເອກ ຄໍາຊາວ ລິນທະກຸນແກ້ວ ຫົວໜ້າຫານທະຫານ ກອງພົນທີ 1 ກໍໄດ້ຕາງໜ້າໃຫ້ພະນັກງານ-ນັກຮົບ ທົ່ວກອງພົນ ນຳກະຕ່າຂອງຂວັນມອບໃຫ້ ສະຫາຍ ອີກດ້ວຍ. ໂດຍ: ຊັນໂດ ລາດຊະພູມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ